ພິທີ ສະຫາຍ ພົມມາ ວັນນະກຳ ຮອງຫົວໜ້າຄະນະຈັດຕັ້ງແຂວງ ໄດ້ຜ່ານມະຕິຕົກລົງຂອງຄະນະເລຂາທິການສູນກາງພັກ ວ່າດ້ວຍການອະນຸມັດໃຫ້ພະນັກງານຂັ້ນສູງແຂວງອຸດົມໄຊ ອອກພັກການ-ຮັບອຸດໜູນບຳນານຈຳນວນ 1 ສະຫາຍ ແລະ ຜ່ານມະຕິຕົກລົງຂອງຄະນະປະຈຳພັກແຂວງ ອຸດົມໄຊ ວ່າດ້ວຍການອະນຸມັດໃຫ້ ສະຫາຍ ອ່ອນແກ້ວ ອຸ່ນອາລົມ ອະດີດ ກໍາມະການປະຈໍາພັກແຂວງ ຮອງເຈົ້າແຂວງອຸດົມໄຊ ພັກຜ່ອນກອ່ນມື້ຮັບອຸຸດໜູນບຳນານ ນັບແຕ່ວັນທີ 1 ຕຸລາ 2025 ນີ້ເປັນຕົ້ນໄປ. ພິທີສະຫາຍ ອ່ອນແກ້ວ ອຸ່ນອາລົມ ອະດີດກຳມະການປະຈຳພັກແຂວງ ຮອງເຈົ້າແຂວງ ໄດ້ຜ່ານຜົນງານການເຄື່ອນໄຫວຕະຫຼອດໄລຍະຜ່ານມາຈົນເຊິ່ງປັດຈຸບັນ ພ້ອມທັງມອບໜ້າທີ່ທີ່ຖືກມອບໝາຍຜ່ານມາຄືນໃຫ້ອົງການປົກຄອງແຂວງ.


ຈາກນັ້ນ, ສະຫາຍ ບຸນຄົງ ຫລ້າຈຽມພອນ ໄດ້ມອບມະຕິຕົກລົງດັ່ງກ່າວຢ່າງເປັນທາງການ. ພ້ອມທັງໂອ້ລົມ ກ່ອນອື່ນໄດ້ຕີລາຄາສູງຕໍ່ຜູ້ທີ່ໄດ້ຮັບບຳນານ ທີ່ໄດ້ອຸທິດຕົນປະກອບສ່ວນພາລະກິດການປະຕິວັດປົກປັກຮັກສາ ແລະ ສ້າງສາປະເທດຊາດກໍ່ຄືແຂວງອຸດົມໄຊ ຕະຫລອດໄລຍະຜ່ານມາ ທີ່ອົງການຈັດຕັ້ງພັກ-ລັດມອບໝາຍໃຫ້ ພ້ອມທັງເນັ້ນໃຫ້ ຄະນະພັກທີ່ພວມສອບຕໍ່ປະຕິບັດໜ້າທີ່ ຈົ່ງສືບຕໍ່ເພີ່ມທະວີຄວາມຮັບຜິດຊອບທາງດ້ານການເມືອງ, ເຮັດໃຫ້ທຸກຂົງເຂດຍຶດໝັ້ນອຸດົມການຂອງພັກ, ມີນໍ້າໃຈຮັກຊາດ, ມີສະຕິຕໍ່ການຈັດຕັ້ງ, ເຄົາລົບຕໍ່ລະບຽບກົດໝາຍ ເພື່ອສ້າງຄວາມເຊື່ອໝັ້ນໃຫ້ແກ່ສັງຄົມ, ສຸມໃສ່ນໍາພາ-ຊີ້ນໍາໃນການຈັດຕັ້ງປະຕິບັດໜ້າທີ່ການເມືອງ ດ້ວຍຄວາມຮັບຜິດຊອບສູງ, ຮັກສາສະຖຽນລະພາບທາງດ້ານການເມືອງ, ຄວາມເປັນລະບຽບຮຽບຮ້ອຍໃນສັງຄົມ; ເອົາໃຈໃສ່ຄົ້ນຄວ້າຮໍ່າຮຽນແນວຄິດ, ທິດສະດີ ແລະ ພຶດຕິກຳ ການນໍາພາຂອງພັກໃນແຕ່ລະໄລຍະ ຂອງການປະຕິວັດ ໄປພ້ອມກັບການຜັນຂະຫຍາຍບັນດາແນວທາງນະໂຍບາຍ, ມະຕິ, ຄໍາສັ່ງຂອງພັກ, ຂອງແຂວງ ຫັນພະນັກງານໄປສູ່ຄຸນນະພາບ, ມີຄວາມຊື່ສັດບໍລິສຸດ, ມີນໍ້າໃຈຮັບໃຊ້ຊາດ, ຮັບໃຊ້ປະຊາຊົນຢ່າງແທ້ຈິງ.
ພາບ-ຂ່າວ: ຄຳພັນ ແກ້ວມະນີ ສະຖານີວິທະຍຸໂທລະພາບແຂວງອຸດົມໄຊ





