ເນື່ອງໃນວັນ ປູກຕົ້ນໄມ້ວັນອະນຸລັກສັດນໍ້າ-ສັດປ່າ , ວັນປ່ອຍປາແຫ່ງຊາດ (ວັນທີ 13 ກໍລະກົດ) ປະຈຳປີ 2025 ແຂວງອຸດົມໄຊ ໄດ້ກຳນົດເອົາ ວັນທີ 30 ພຶດສະພາ ແລະ ວັນທີ 3 ມິຖຸນາ 2025 ເປັນການຈັດພິທີປູກຕົ້ນໄມ້ ແລະ ປ່ອຍປາ ລົງສູ່ທໍາມະຊາດ. ມາໃນວັນທີ 30 ພຶດສະພາ 2025 ນີ້ ແຂວງອຸດົມໄຊ ໄດ້ຈັດພິທີວັນ ປູກຕົ້ນໄມ້ວັນອະນຸລັກສັດນໍ້າ-ສັດປ່າ ແຫ່ງຊາດ ປະຈຳປີ 2025 ຂຶ້ນ ຢູ່ເຂດກໍ່ສ້າງຫ້ອງການກອງບັນຊາການປ້ອງກັນຊາດ ບ້ານມອນໄຕ້, ບ້ານດອນແກ້ວ. ເມືອງໄຊ ແຂວງອຸດົມໄຊ ແລະ ປູກຕົ້ນໄມ້ໃສ່ໃນສະຖານທີ່ດັ່ງກ່າວຈຳນວນໜຶ່ງ.

ຈາກນັ້ນ, ບັນດາພະແນກການ-ຫ້ອງການທີ່ກ່ຽວຂ້ອງ ພ້ອມກັນປູກຕົ້ນໄມ້ລຽບແຄມ 2 ຟາກທາງເລີ່ມແຕ່ຈຸດ 3 ແຍກເຂົ້າໂຮງຮຽນວິຊາຊີບ ໄປຮອດ 3 ແຍກທາງເຂົ້າໂຮງຮຽນການເມືອງ-ການປົກຄອງ ບ້ານບໍ່ ເມືອງໄຊ ແຂວງອຸດົມໄຊ ແລະ ປ່ອຍປາຢູ່ນ້ຳຫີນວິວ (ອ່າງນ້ຳຫີນ ເມືອງໄຊ ແຂວງອຸດົມໄຊ), ປູກໝາກແມັກກາດີເມຍ ຢູ່ສູນກະສິກຳ ແລະ ປ່າໄມ້ ນ້ຳຫີນ ບ້ານ ຫ້ວຍອຸ່ນ ເມືອງໄຊ. ຄາດໝາຍໃນການຟື້ນຟູປ່າໄມ້, ປູກຕົ້ນໄມ້ ແລະ ປ່ອຍປາລົງແມ່ນ້ຳ-ອ່າງເກັບນຳ້ ຢູ່ພາຍໃນແຂວງອຸດົມໄຊ ປະຈຳປີ 2025 ທົ່ວແຂວງອຸດົມໄຊ ຄາດໝາຍສູ້ຊົນຜະລິດເບ້ຍໄມ້ໃຫ້ໄດ້ 200.000 ເບ້ຍ; ຟື້ນຟູປ່າໄມ້ໃຫ້ໄດ້ 2.000 ເຮັກຕ້າ; ປູກໄມ້ໃຫ້ໄດ້ 200 ເຮັກຕາ; ໃນນີ້ ປູກໃນພິທີວັນປູກຕົ້ນໄມ້ແຫ່ງຊາດ ໃນເນື້ອທີ່ 38,5 ເຮັກຕາ ຕົ້ນໄມ້ຈຳນວນ 14.852 ຕົ້ນ ເຊິ່ງ (ປະກອບມີ ໄມ້ດູ່, ໄມ້ແຕ້ຂ່າ, ໄມ້ຝາງ, ໄມ້ແຄປ່າ, ຕົ້ນຄູນໄຊ, ຕົ້ນກາກະເລົາ, ຕົ້ນຄູນເຫຼືອງ, ຕົ້ນສົ້ມສ້ຽວ ແລະ ອື່ນໆ); ສຳລັບ ປູກໃນມື້ຈັດພິທີແມ່ນມີເບ້ຍໄມ້ ຈຳນວນ 500 ຕົ້ນ. ແຜນປ່ອຍປາໃຫ້ໄດ້ 15,6 ລ້ານໂຕ; ໃນນີ້ປ່ອຍລົງສາຍນ້ຳທຳມະຊາດ ແລະ ອ່າງເກັບນ້ຳຕ່າງໆ ໃນ 7 ເມືອງເນື່ອງໃນວັນປ່ອຍປາແຫ່ງຊາດ (13 ກໍລະກົດ 2025) ຈຳນວນ 1,4 ລ້ານໂຕ; ສະເພາະປ່ອຍຢູ່ເຂດນ້ຳຫີນວິວ 1 ລ້ານກວ້າໂຕ.

ສໍາລັບຕົ້ນໄມ້ພາຍຫຼັງປູກແລ້ວມອບໃຫ້ຂະແໜງການທີ່ກ່ຽວຂ້ອງທົ່ວປວງຊົນ ທັງພາກລັດ ແລະ ເອກະຊົນປະກອບສ່ວນປົກປັກຮັກສາ ເປັນການປູກຈິດສຳນຶກໃຫ້ແກ່ນ້ອງນ້ອຍເຍົາວະຊົນໃນການປົກປັກຮັກສາປ່າໄມ້, ທີ່ດິນປ່າໄມ້,ສັດນ-ສັດປ່າ ໃຫ້ມີຄວາມຍືນຍົງ. ເຂົ້າຮ່ວມໃນພິທີດັ່ງກ່າວມີທ່ານ ບຸນຄົງ ຫຼ້າຈຽມພອນ ເຈົ້າແຂວງອຸດົມໄຊພ້ອມດ້ວຍການນຳພັກ-ລັດ ນັກທຸລະກິດຜູ້ປະກອບການພາຍໃນແຂວງອຸດົມໄຊ.

ຂ່າວ: ຄຳພັນ ແກ້ວມະນີ

  • ຄະນະຜູ້ແທນຂັ້ນສູງ ແຂວງອຸດົມໄຊ ພົບປະ ແລະ ແລກປ່ຽນບົດຮຽນ ນຳ ຄະນະຜູ້ແທນຂັ້ນສູງ ແຂວງເຊີນລາ
    ເພື່ອປະຕິບັດຕາມໜັງສືແຈ້ງເຊີນທາງລັດຖະການຂອງພະແນກການຕ່າງປະເທດ ແຂວງດຽນບຽນ, ເຊີນລາ ແລະ ແຂວງລາຍເຈົ່າ ແຫ່ງ ສສ ຫວຽດນາມ ສະບັບເລກ...
  • ພິທີປະກາດການນຳຂັ້ນສູງຂອງແຂວງ ອອກພັກການ - ເຂົ້າຮັບອຸດໜູນບຳນານ
    ວັນທີ 14 ຕຸລາ 2025 ທີ່ຫ້ອງວ່າການແຂວງ ອຸດົມໄຊ ໄດ້ຈັດພິທີປະກາດການນໍາຂັ້ນສູງຂອງແຂວງ ອຸດົມໄຊ ອອກພັກການ - ເຂົ້າຮັບອຸດໜູນບຳນານ...
  • ການນຳຂັ້ນສູງ ແຂວງອຸດົມໄຊ ຮ່ວມງານສະເຫຼີມສະຫຼອງ ວັນສ້າງຕັ້ງ ແຂວງເຊີນລາ ຄົບຮອບ 130 ປີ
    ເພື່ອປະຕິບັດຕາມໜັງສືແຈ້ງເຊີນທາງລັດຖະການຂອງພະແນກການຕ່າງປະເທດ ແຂວງເຊີນລາ ແລະ ປະຕິບັດຕາມ ຂໍ້ຕົກລົງ ຂອງທ່ານເຈົ້າແຂວງອຸດົມໄຊ ...
  • ກອງປະຊຸມ ຄະນະບໍລິຫານງານພັກແຂວງ ສະໄໝສາມັນ ປະຈຳໄຕມາດ I ປີ 2024
    ກອງ​ປ​ະ​ຊຸມ​ ສະໄໝສາມັນ ຂອງຄະນະບໍລິຫານງານພັກແຂວງ ປະຈໍາໄຕມາດ I ປີ 2024 ໄດ້ຈັດຂຶ້ນຢ່າງເປັນທາງການ ໃນວັນທີ 28 ມີນານີ້ ທີ່ຫ້ອງ...
  • ແຂວງອຸດົມໄຊ ພົບປະ ຄະນະ ຄູ - ອານຈານ ແລະ ນັກສຶກສາ ສະຖາບັນການເມືອງ ແລະ ການປົົກຄອງແຫ່ງຊາດ
    ພິທີ ພົບປະ ລະຫວ່າງ ພະແນກການຂອງແຂວງອຸດົມໄຊ ກັບ ຄະນະ ຄູ-ອານຈານ ແລະ ນັກສຶກສາ ການເມືອງ-ການປົກຄອງ ຊຸດທີ II, ສະຖ...
  • ຝຶກອົບຮົມ ເພື່ອຄວາມຮັບຮູ້ ແລະ ເຂົ້າໃຈ ພາລະບົດບາດ ຂອງ ສະພາແຫ່ງຊາດ ແລະ ສະພາປະຊາຊົນແຂວງ
    ຄະນະປະຈຳສະພາແຫ່ງຊາດ, ກຳມາທິການວຽກງານ ສະມະຊິກສະພາແຫ່ງຊາດ ຮ່ວມກັບ ຄະນະປະຈຳ ສະພາປະຊາຊົນແຂວງ ໂດຍໄດ້ຮັບການສະໜັບສະໜູນ ຈາກແຜນງາ...
  • "ທ່ຽວອຸດົມໄຊ ໄປຊົມ­ທໍາມະ­ຊາດນ້ໍາ­ຕົກ­ຕາດ­ຫົວນ້ໍາກັດ ຊົມ­ວັດທະ­ນະ­ທໍາ­ຊົນເຜົ່າໄຫ້ວພຼະ­ເຈົ້າ­ສິງ­ຄໍາ ດື່ມນ້ໍາ­ຊາ­ພັນ­ປີຂີ່ເຮືອທ່ອງທ່ຽວ ຊົມ­ທໍາມະ­ຊາດແຄມ­ຂອງ"  Whatsapp: 020 924 33336