ຄະນະບໍລິຫານງານພັກແຂວງອຸດົມໄຊ ສະໄໝທີ I
ການປັບປຸງອົງຄະນະພັກແຂວງ ແລະ ອົງການປົກຄອງແຂວງອຸດົມໄຊ ແຕ່ປີ 1962-2022
- ຢູ່ຂັ້ນແຂວງແຕ່ປີ 1962-2022
ພາຍຫຼັງສ້າງຕັ້ງແຂວງຂຶ້ນແລ້ວ, ສູນກາງພັກໄດ້ບົ່ງຕົວແຕ່ງຕັ້ງຄະນະພັກແຂວງຊຸດທຳອິດຂຶ້ນ ລວມມີ 5 ສະຫາຍ ຄື:
- ສະຫາຍ ບຸນທັນ ວັນນະພົນ ເປັນເລຂາພັກແຂວງ, ເຈົ້າແຂວງ
- ສະຫາຍ ບຸນພາ ສຸລິຍະ ເປັນຮອງເລຂາພັກແຂວງ
- ສະຫາຍ ຄຳລານ ສຸວັນນະຈິດ ເປັນຄະນະພັກແຂວງ
- ສະຫາຍ ບຸນສົງ ວົງລ້ອມ ເປັນຄະນະພັກແຂວງ
- ສະຫາຍ ບົວແພງ ບຸນສຸລິນ (ມາຈາກຫຼວງພະບາງ) ເປັນຄະນະພັກແຂວງ
ຈາກນັ້ນ, ຄະນະພັກແຂວງ ກໍໄດ້ຈັດຕັ້ງ ແລະ ປັບປຸງລະບົບການປົກຄອງ ຂອງຕົນຂຶ້ນ ແຕ່ຂັ້ນແຂວງ ລົງຮອດຂັ້ນບ້ານໃຫ້ເປັນລະບົບ ແລະ ເຂັ້ມແຂງ ພ້ອມທັງວາງໜ້າທີ່ພື້ນຖານ ໂດຍເລັ່ງໃສ່ປັບປຸງກຳລັງປະກອບອາວຸດທ້ອງຖິ່ນໃຫ້ເຂັ້ມແຂງ ເພື່ອຂະຫຍາຍເຂດປົດປ່ອຍ ຂອງຕົນໃຫ້ນັບມື້ນັບກວ້າງອອກ. ເອົາໃຈໃສ່ປັບປຸງດ້ານເສດຖະກິດ, ວັດທະນະທຳ-ສັງຄົມ ເພື່ອເຮັດໃຫ້ຊີວິດການເປັນຢູ່ ຂອງປະຊາຊົນບັນດາເຜົ່າຢູ່ເຂດປົດປ່ອຍດີຂຶ້ນເທື່ອລະກ້າວ. ໃນເມື່ອເຂດປົດປ່ອຍໄດ້ຂະຫຍາຍຕົວນັບມື້ນັບກວ້າງອອກ ຄວາມຮຽກຮ້ອງຕ້ອງການໃນການນຳພາກໍເພີ່ມຂຶ້ນ. ດັ່ງນັ້ນ, ມາໃນປີ 1968 ສູນກາງພັກ ໄດ້ບົ່ງຕົວແຕ່ງຕັ້ງຄະນະພັກແຂວງ ເພີ່ມເຕີມ ຈຳນວນ 7 ສະຫາຍ ຄື:
- ສະຫາຍ ສົມແພງ ແກ້ວບຸນຫວນ
- ສະຫາຍ ສົມຈະເລີ ໄຊຍະສິດ
- ສະຫາຍ ບຸນເພັດ ກິ່ງສະຫງ່າ
- ສະຫາຍ ທອງຈັນ ສີຫານຸວົງ
- ສະຫາຍ ບຸນປັນ ນັນທະລາ
- ສະຫາຍ ບຸນລັດ ພວງມະວົງ
ສະຫາຍ ທອງພັນ ແກ້ວໂພໄຊ
ກອງປະຊຸມໃຫຍ່ ຄັ້ງທີ I ຂອງອົງຄະນະພັກແຂວງ ແຕ່ປີ 1971-1982
ກອງປະຊຸມໃຫຍ່ ຄັ້ງທີ I ຂອງອົງຄະນະພັກແຂວງ ໄດ້ໄຂຂຶ້ນຢ່າງເປັນທາງການ ໃນວັນທີ 20 ກໍລະກົດ 1971 ຢູ່ທີ່ສຳນັກງານຂອງແຂວງ ບ້ານນາແສນຄຳປັດຈຸບັນ ມີຜູ້ແທນເຂົ້າຮ່ວມ 49 ສະຫາຍ ທີ່ຕາງໜ້າໜ່ວຍພັກໃນທົ່ວແຂວງ 299 ໜ່ວຍ ແລະ ສະມາຊິກພັກ ຈຳນວນ 1.989 ສະຫາຍ. ກອງປະຊຸມໄດ້ປ່ອນບັດຄັດເລືອກເອົາຄະນະບໍລິຫານງານພັກແຂວງ ຈຳນວນ 15 ສະຫາຍ, ຍິງ 1 ສະຫາຍ; ໃນນີ້ຄະນະປະຈຳພັກແຂວງ 5 ສະຫາຍ ຄື:
- ສະຫາຍ ບຸນທັນ ວັນນະພົນ ເປັນເລຂາພັກແຂວງ, ເຈົ້າແຂວງ
- ສະຫາຍ ບຸນສົງ ວົງລ້ອມ ເປັນຮອງເລຂາພັກແຂວງ, ຮັບຜິດຊອບວຽກງານເສດຖະກິດ
- ສະຫາຍ ໜານອ້ວນ ສິດທິລາດ ເປັນຄະນະປະຈຳພັກແຂວງ, ຮັບຜິດຊອບວຽກງານກະສິກຳແຂວງ
- ສະຫາຍ ວິຈິດ ລັດສະຫວັງ ເປັນຄະນະປະຈຳພັກແຂວງ, ຮັບຜິດຊອບທະຫານທ້ອງຖິ່ນ
- ສະຫາຍ ບຸນປັນ ນັນທະລາ ເປັນຄະນະປະຈຳພັກແຂວງ, ຮັບຜິດຊອບວຽກງານໂຄສະນາອົບຮົມ
- ສະຫາຍ ນາງ ເນີຍ ສຸວັນທອງ ເປັນກຳມະການພັກແຂວງ, ຮັບຜິດຊອບສະມາຄົມແມ່ຍິງແຂວງ
- ສະຫາຍ ທອງພັນ ແກ້ວໂພໄຊ ເປັນກຳມະການພັກແຂວງ, ຮັບຜິດຊອບວຽກງານຊາວໜຸ່ມ
- ສະຫາຍ ລາວປາງໄຊ ເປັນກຳມະການພັກແຂວງ, ຮັບຜິດຊອບທະຫານລາວສູງ
- ສະຫາຍ ບຸນລັດ ພວງມະວົງ ເປັນກຳມະການພັກແຂວງ, ຮັບຜິດຊອບສະຫວັດດີການ-ສັງຄົມ
- ສະຫາຍ ສົມຈະເລີ ໄຊຍະສິດ ເປັນກຳມະການພັກແຂວງ, ຮັບຜິດຊອບແນວໂຮມ
- ສະຫາຍ ອິນແປງ ເສົາຄຳແສງ ເປັນກຳມະການພັກແຂວງ, ເປັນເລຂາພັກເມືອງ, ເຈົ້າເມືອງໆນາໝໍ້
- ສະຫາຍ ຈານບຸນມີ ຈະເລີນໄຊ ເປັນກຳມະການພັກແຂວງ, ຮັບຜິດຊອບຫ້ອງການພັກ
- ສະຫາຍ ບຸນສີ ສຸລິວົງ ເປັນກຳມະການພັກແຂວງ, ຮັບຜິດຊອບ ປກສ ແຂວງ
- ສະຫາຍ ຈັນດີ ເປັນກຳມະການພັກແຂວງ, ຮັບຜິດຊອບວຽກງານຈັດຕັ້ງແຂວງ
- ສະຫາຍ ລາວກະເປົ່າ ເປັນກຳມະການພັກແຂວງ, ຮັບຜິດຊອບວຽກງານຊົນເຜົ່າ



ກອງປະຊຸມໄດ້ກຳນົດໜ້າທີ່ພຶື້ນຖານ: ແມ່ນປະຕິບັດຕາມທິດຊີ້ນຳ ຂອງສູນກາງພັກ ຄື:
- ສຸມທຸກສະຕິປັນຍາ ເພື່ອປຸກລະດົມຂົນຂວາຍປະຊາຊົນບັນດາເຜົ່າໃນທົ່ວແຂວງໃຫ້ມີຈິດໃຈຮັກຊາດ, ຄຽດແຄ້ນສັດຕູຊຸກເຊື່ອງ, ປິດລັບ ແລະ ລ້ຽງເກືອພະນັກງານປະຕິວັດ, ຈັດວາງສົງຄາມປະຊາຊົນ, ຈັດຕັ້ງຕາໜ່າງກອງຫຼອນສະກັດດັກຕີສັດຕູຢູ່ຈຸດຍຸດທະສາດຕ່າງໆ.
- ປັບປຸງກໍາລັງທ້ອງຖິ່ນທະຫານໃຫ້ໜັກແໜ້ນ ແລະ ເຂັ້ມແຂງທາງດ້ານຈໍານວນ ແລະ ຄຸນນະພາບ.
- ຮັບການຊ່ວຍເຫຼືອ ແລະ ເຊັນສັນຍາຮ່ວມມືກັບບັນດາປະເທດໃກ້ຄຽງ ເປັນຕົ້ນ ສສ ຫວຽດນາມ ແລະ ສປ ຈີນ.
- ນໍາພາກໍ່ສ້າງເສດຖະກິດ ຂອງລັດ ແລະ ລວມໝູ່ ຫັນເປັນສະຫະກອນກະເສດໃຫ້ສໍາເລັດ ໃນຂອບເຂດທົ່ວແຂວງ.
ມາໃນປີ 1976 ສູນກາງພັກ ໄດ້ບົ່ງຕົວແຕ່ງຕັ້ງຄະນະພັກແຂວງເພີ່ມເຕີມ 6 ສະຫາຍ ໃນນີ້ ບົ່ງຕົວແຕ່ງຕັ້ງຄະນະປະຈຳພັກແຂວງ 2 ສະຫາຍ ຄື: ສະຫາຍ ສົມຈະເລີ ໄຊຍະສິດ ແລະ ສະຫາຍ ບຸນເຮືອງ ທືມສາຍັນ; ບົ່ງຕົວແຕ່ງຕັ້ງກຳມະການພັກແຂວງ 4 ສະຫາຍ ຄື: ສະຫາຍ ໄຊເຊັງລີ ເຕັງເບຼຍຈື, ສະຫາຍ ຈັນວົງ ຊົງໄຊເຊົາ, ສະຫາຍ ທິດອຸດ ແສງເດືອນ ແລະ ສະຫາຍ ທອງດຳ ວົງສະຫວັນ.
ມາຮອດເດືອນ ທັນວາ 1977 ສູນກາງພັກໄດ້ສົ່ງ ສະຫາຍ ບຸນສົງ ວົງລ້ອມ ຮອງເລຂາພັກແຂວງໄປຍົກລະດັບທິດສະດີຢູ່ ສສ ຫວຽດນາມ ແລະ ມາຮອດເດືອນ ພຶດສະພາ 1978 ສູນກາງພັກໄດ້ສົ່ງ ສະຫາຍ ບຸນທັນ ວັນນະພົນ ໄປຍົກລະດັບທິດສະດີ ແລະ ແຕ່ງຕັ້ງ ສະຫາຍ ຈານບຸນມີ ຈະເລີນໄຊ ຂຶ້ນວ່າການເລຂາພັກແຂວງ, ເຈົ້າແຂວງ; ມາຮອດ ເດືອນ ມິນາ 1979 ສູນກາງພັກໄດ້ບົ່ງຕົວແຕ່ງຕັ້ງ ສະຫາຍ ສົມແພງ ແກ້ວບຸນຫວນ ເປັນເລຂາພັກແຂວງ, ພ້ອມທັງແຕ່ງຕັ້ງ ສະຫາຍ ຈານບຸນມີ ຈະເລີນໄຊ ເປັນຮອງເລຂາພັກແຂວງ, ເຈົ້າແຂວງ.
ແຫຼ່ງຂໍ້ມູນ: ຄັດຈາກປື້ມປະຫວັດສາດແຂວງອຸດົມໄຊ ສະບັບ ປີ 2022