ພິທີປະກາດກົງຈັກການຈັດຕັ້ງ ໄດ້ໄຂຂື້ນຢ່າງເປັນທາງການ ພິທີດັ່ງກ່າວໄດ້ປະກາດຍົກຍ້າຍ ທ່ານ ພູທອງທອງ ຊົມພູ ຫົວໜ້າຂະແໜງຈັດຕັ້ງ-ກວດກາ ຫ້ອງວ່າການແຂວງ ໄປປະຈຳການເປັນຮອງປະທານກຳມະບານແຂວງ ແລະ ປະກາດ ແຕ່ງຕັ້ງ ທ່ານ ບຸນທັນ ສຸພັດທອນ ອາດີດຮອງເຈົ້າເມືອງໆຮຸນ ໄປປະຈຳການຢູ່ຫ້ອງວ່າການແຂວງ ເປັນຮອງຫົວໜ້າຫ້ອງວ່າການແຂວງ ໂດຍໃຫ້ກຽດເປັນປະທານໂດຍ ທ່ານ ສຸຫວັດ ມະຫາວົງສະນັ່ນ ຄະນະປະຈຳພັກແຂວງ ຫົວໜ້າຈັດຕັ້ງແຂວງ ມີຫົວໜ້າຫ້ອງວ່າການແຂວງ ພະນັກງານລັດຖະກອນຫ້ອງວ່າການແຂວງ ແລະ ຕາງໜ້າຄະນະຈັດຕັ້ງແຂວງ ເຂົ້າຮ່ວມ.
Related Posts

ແຂວງອຸດົມໄຊ ປະກາດແຕ່ງຕັ້ງ ຫົວໜ້າ ຫ້ອງວ່າການແຂວງ ຜູ້ໃໝ່
ພິທີປະກາດແຕ່ງຕັ້ງຫົວໜ້າຫ້ອງວ່າການແຂວງອຸດົມໄຊຜູ້ໃໝ່ ແລະ ປະກາດຍົກຍ້າຍຫົວໜ້າຫ້ອງວ່າການແຂວງ ຜູ້ເກົ່າໄປຮັບໜ້າທີ່ຢູ່ບ່ອນໃໝ່ໄດ້ຈັດຂຶ້ນໃນວັນທີ 26 ພະຈິກ 2024ນີ້ ທີ່ຫ້ອງປະຊຸມວ່າການແຂວງໂດຍການໃຫ້ກຽດເຂົ້າຮ່ວມຂອງ ທ່ານ ບຸນຄົງ ຫຼ້າຈຽມພອນ ກຳມະການສຳຮອງສູນກາງພັກ ເລຂາພັກແຂວງເຈົ້້າແຂວງອຸດົມໄຊ,ມີຄະນະປະຈຳພັກແຂວງ, ກຳມະການພັກແຂວງ,ພະແນກການອ້ອມຂ້າງແຂວງ,ພະນັກງານຫຼັກແຫຼ່ງພ້ອມດ້ວຍພະນັກງານລັດຖະກອນຫ້ອງວ່າການເຂົ້າຮ່ວມ. ພິທີຄະນະຈັດຕັ້ງແຂວງໄດ້ຜ່ານຂໍ້ຕົກລົງຂອງເຈົ້າແຂວງ ວ່າດ້ວຍການຍົກຍ້າຍ ທ່ານ ນາງ ອຳໄພວອນ ປັນຍາລັກ…

ກໍາມະບານຮາກຖານ ຫ້ອງວ່າການແຂວງ ສະຫຼຸບວຽກງານຂະບວນການແຂ່ງຂັນ 5 ເປັນເຈົ້າ
ຕອນບ່າຍວັນທີ 19 ພະຈິກ 2024 ກໍາມະບານຮາກຖານ ຫ້ອງວ່າການ ແຂວງອຸດົມໄຊ ໄດ້ຈັດພິທີສະຫຼຸບວຽກງານຂະບວນການແຂ່ງຂັນ 5 ເປັນເຈົ້າ ປະຈໍາປີ 2024 ຂຶ້ນຢ່າງເປັນທາງການ ທີ່ຫ້ອງປະຊຸມຊັ້ນ3 ຂອງຫ້ອງວ່າການແຂວງ ໂດຍການເປັນປະທານຂອງ ທ່ານ ຜາດົງ ອິນສະແຫວງ ປະທານກຳມະບານຮາກຖານ…