ຫ້ອງວ່າການແຂວງ ຈັດພິທີເຊື່ອມຊື່ມຜັນຂະຫຍາຍເນື້ອໃນເອກະສານມະຕິກອງປະຊຸມຄົບຄະນະບໍລິຫານງານພັກແຂວງສະໄໝທີ IX, ເອກະສານແຈ້ງການທິດຊີ້ນຳກ່ຽວກັບການຈັດຕັ້ງປະຕິບັດດຳລັດ ວ່າດ້ວຍລົດລັດ ແລະ ມະຕິຕົກລົງ ວ່າດ້ວຍການໂຮມກົງຈັກການຈັດຕັ້ງ ໃຫ້ພະນັກງານ-ລັດຖະກອນ ຫຼັງຈາກນັ້ນຫ້ອງວ່າການແຂວງໄດ້ຈັດພິທີມອບໃບຍ້ອງຍໍ ແລະ ໃບຊົມເຊີຍ ໃຫ້ພະນັກງານ-ລັດຖະກອນ ແລະ ພະນັກງານສັນຍາແຮງງານ ຜູ້ທີ່ມີຜົນງານດີເດັ່ນໃນໄລຍະ 1 ປີທີ່ຜ່ານມາ ໂດຍໃຫ້ກຽດເປັນປະທານ ແລະ ມອບ ໂດຍ ທ່ານ ພິໄລ ທອງ ຈິດມະນີ ຫົວໜ້າຫ້ອງວ່າການແຂວງ ພິທີດັ່ງກ່າວ ຈັດຂື້ນໃນຕອຍບ່າຍຂອງວັນທີ 8 ພຶດສະພາ 2025 ທີ່ຫ້ອງປະຊຸມຊັ້ນ3 ແລະດຳເນີນເປັນເວລາ 1ຕອນ
Related Posts
ພິທີປະກາດກົງຈັກການຈັດຕັ້ງ ຢູ່ຫ້ອງວ່າການແຂວງ
ພິທີປະກາດກົງຈັກການຈັດຕັ້ງ ໄດ້ໄຂຂື້ນຢ່າງເປັນທາງການ ພິທີດັ່ງກ່າວໄດ້ປະກາດຍົກຍ້າຍ ທ່ານ ພູທອງທອງ ຊົມພູ ຫົວໜ້າຂະແໜງຈັດຕັ້ງ-ກວດກາ ຫ້ອງວ່າການແຂວງ ໄປປະຈຳການເປັນຮອງປະທານກຳມະບານແຂວງ ແລະ ປະກາດ ແຕ່ງຕັ້ງ ທ່ານ ບຸນທັນ ສຸພັດທອນ ອາດີດຮອງເຈົ້າເມືອງໆຮຸນ ໄປປະຈຳການຢູ່ຫ້ອງວ່າການແຂວງ ເປັນຮອງຫົວໜ້າຫ້ອງວ່າການແຂວງ ໂດຍໃຫ້ກຽດເປັນປະທານໂດຍ ທ່ານ…

ກໍາມະບານຮາກຖານ ຫ້ອງວ່າການແຂວງ ສະຫຼຸບວຽກງານຂະບວນການແຂ່ງຂັນ 5 ເປັນເຈົ້າ
ຕອນບ່າຍວັນທີ 19 ພະຈິກ 2024 ກໍາມະບານຮາກຖານ ຫ້ອງວ່າການ ແຂວງອຸດົມໄຊ ໄດ້ຈັດພິທີສະຫຼຸບວຽກງານຂະບວນການແຂ່ງຂັນ 5 ເປັນເຈົ້າ ປະຈໍາປີ 2024 ຂຶ້ນຢ່າງເປັນທາງການ ທີ່ຫ້ອງປະຊຸມຊັ້ນ3 ຂອງຫ້ອງວ່າການແຂວງ ໂດຍການເປັນປະທານຂອງ ທ່ານ ຜາດົງ ອິນສະແຫວງ ປະທານກຳມະບານຮາກຖານ…