ພິທີ ປະກາດ ໂຄງປະກອບ ກົງຈັກການຈັດຕັ້ງ ແລະ ບຸກຄະລາກອນ ຂອງ ຫ້ອງວ່າການ ແຂວງອຸດົມໄຊ ໄດ້ຈັດຂຶ້ນ ໃນຕອນບ່າຍ ວັນທີ 24 ຕຸລາ 2025 ທີ່ ຫ້ອງປະຊຸມຫ້ອງວ່າການ ເປັນກຽດເຂົ້າຮ່ວມມີ ທ່ານ ຄຳດີ ວົງລ້ອມ ຮອງເລຂາພັກແຂວງ, ປະທານສະພາປະຊາຊົນແຂວງ ແລະ ພາກສ່ວນກ່ຽວຂ້ອງ ອ້ອມຂ້າງ ເຂົ້າຮ່ວມ.
ໃນພິທີໄດ້ຜ່ານບັນດາຂໍ້ຕົກລົງ ຂອງທ່ານເຈົ້າແຂວງ ວ່າດ້ວຍການ ແຕ່ງຕັ້ງ ຫົວຫນ້າ, ຮອງຫົວຫນ້າຂະແຫນງ, ການຍົກຍ້າຍ ພະນັກງານ-ລັດຖະກອນ, ການຮັບຮອງເອົາ ໂຄງປະກອບ ກົງຈັກການຈັດຕັ້ງ ແລະ ຂໍ້ຕົກລົງ ຂອງຫ້ອງວ່າການແຂວງ ວ່າດ້ວຍການ ບັນຈຸ, ຊັບຊ້ອນ ພະນັກງານ-ລັດຖະກອນ ແລະ ການຫັນເອົາ ພະນັກ ງານ-ລັດຖະກອນ ລົງກໍ່ສ້າງຮາກຖານການເມືອງ ຢູ່ຂັ້ນເມືອງ. ໃນນີ້ ໄດ້ຮັບຮອງເອົາ ໂຄງປະກອບ ກົງຈັກການຈັດຕັ້ງ ຂອງຫ້ອງວ່າການແຂວງ ເຊິ່ງປະກອບ ມີ: 6 ຂະແຫນງ ຄື: ຂະແຫນງບໍລິຫານ,ຈັດຕັ້ງ ແລະ ກວດກາ, ຂະແຫນງເລຂາ ແລະ ເອກະ ສານ, ຂະແຫນງຄົ້ນຄວ້າ-ສັງລວມ ວຽກພັກ, ຂະແຫນງຄົ້ນຄວ້າ-ສັງລວມ ວຽກລັດ, ຂະແຫນງກໍ່ສ້າງຮາກຖານການເມືອງ ແລະ ຂະແຫນງອານຸສອນ ສະຖານ, ອານຸສາວະລີ ຜູ້ນຳປະຕິວັດ ແລະ ສະໂມສອນແຂວງ ແຕ່ງຕັ້ງ ສະຫາຍ ບຸນທັນ ສຸລິຍະວົງ ເປັນຫົວພະແນກ ປະຈຳການ ຢູ່ ຫ້ອງວ່າການແຂວງ, ຊ່ວຍວຽກຮອງເລຂາພັກແຂວງ, ປະທານຄະນະກຳມະການປົກຄອງແຂວງ, ແຕ່ງຕັ້ງ ທ່ານ ນາງ ສີພອນ ເຈົ້າຊຸນລິ້ງ ແລະ ທ່ານ ນາງ ຄຳແຫວນ ຫລ້າຈຽມພອນ ເປັນຫົວຫນ້າຂະແໜງ ບໍລິຫານ, ຈັດຕັ້ງ ແລະ ກວດກາ, ທ່ານ ສີວົງໄຊ ຈິດຕະວົງ ເປັນຫົວຫນ້າຂະແໜງເລຂາ ແລະ ເອກະສານ, ທ່ານ ສົມຈິດ ເພັດມະນີ ເປັນຫົວຫນ້າຂະແຫນງ ຄົ້ນຄວ້າ-ສັງ ລວມ ວຽກພັກ, ທ່ານ ຜາດົງ ອິນສະແຫວງ ເປັນຫົວຫນ້າຂະແຫນງ ຄົ້ນຄວ້າ-ສັງລວມ ວຽກລັດ, ທ່ານ ແສງດາວ ສ້ອຍວຽງວົງ ເປັນຫົວຫນ້າຂະແຫນງກໍ່ສ້າງຮາກຖານການເມືອງ ແລະ ທ່ານ ລຳພອນ ສະຫວັດດີ ເປັນຫົວຫນ້າຂະແຫນງອານຸສອນສະຖານ, ອານຸສາວະລີຜູ້ນຳປະຕິວັດ ແລະ ສະໂມສອນແຂວງ, ທ່ານ ພອນທະຈິດ ສຸດທິວົງ ທີ່ຍົກຍ້າຍມາຈາກ ພະແນກກະສິກຳ ແລະ ສິ່ງແວດລ້ອມແຂວງ ເປັນຫົວຫນ້າຂະແຫນງ ປະຈຳການ ຢູ່ ຫ້ອງວ່າການແຂວງ ພ້ອມທັງ ແຕ່ງຕັ້ງ ຮອງຫົວຫນ້າຂະແຫນງ ຈຳນວນຫນຶ່ງ, ຍົກຍ້າຍ ພະນັກງານ-ລັດຖະກອນ ຈາກຫ້ອງວ່າການແຂວງ ໄປປະຈຳການ ແລະ ຮັບຫນ້າທີ່ໃຫມ່ ຢູ່ ຫ້ອງການຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງ ການລົງທຶນແຂວງ ຄື: ທ່ານ ບຸນທັນ ສຸພັດທອນ ຮອງຫົວຫນ້າຫ້ອງວ່າການແຂວງ ແລະ ທ່ານ ນິພົນ ຈິດຕະວົງ ຮອງຫົວຫນ້າຂະແຫນງຄົ້ນຄວ້າ-ສັງ ລວມ. ນອກນັ້ນ ຍັງໄດ້ມີການ ບັນຈຸ, ຊັບຊ້ອນ ພະນັກງານວິຊາການ ເຂົ້າແຕ່ລະຂະແຫນງການ ຕາມຂໍ້ຕົກລົງ ຂອງຫ້ອງວ່າການແຂວງ.
ໂອກາດ ດັ່ງກ່າວ ທ່ານ ຄຳດີ ວົງລ້ອມ ຮອງເລຂາພັກແຂວງ ໄດ້ມີຄຳເຫັນໂອ້ລົມ ທ່ານກ່າວວ່າ ການປັບປຸງ ໂຄງປະກອບ ກົງຈັກການຈັດຕັ້ງ ແລະ ບຸກຄະລາກອນ ແມ່ນປະຕິບັດຕາມຄວາມຮຽກຮ້ອງຕ້ອງການທາງດ້ານການເມືອງ, ກົດຫມາຍ ວ່າດ້ວຍການປົກຄອງທ້ອງຖິ່ນ, ກົດຫມາຍ ວ່າດ້ວຍ ພະນັກງານ-ລັດຖະກອນ ໂດຍແນໃສ່ເຮັດໃຫ້ ການບໍລິຫານລັດ, ບຸກຄະລາກອນ ແລະ ບໍລິຫານ ວຽກງານ ໃຫ້ມີຄວາມຖືກຕ້ອງ, ສອດຄ່ອງກັບສະພາບວຽກງານຕົວຈິງ ໃນປັດຈຸບັນ ທັງເປັນການປັບປຸງກົງຈັກການຈັດຕັ້ງໃຫ້ມີຄວາມເຫມາະສົມ ແລະ ເຮັດໃຫ້ການເຄື່ອນໄຫວ ຈັດຕັ້ງປະ ຕິບັດວຽກງານ ມີປະສິທິພາບ ແລະ ມີຜົນສຳເລັດຢ່າງແທ້ຈິງ.