ກອງປະຊຸມໃຫຍ່ ຄັ້ງທີ IV ຂອງ ຄະນະ ສະມາຊິກ ຊາວຫນຸ່ມ ຫນ່ວຍຮາກຖານ ຫ້ອງວ່າການແຂວງອຸດົມໄຊ ຈັດຂຶ້ນໃນຕອນບ່າຍ ວັນທີ 21 ຕຸລາ 2025 ທີ່ ຫ້ອງປະຊຸມຫ້ອງວ່າການແຂວງ ໂດຍການເປັນປະທານຂອງ ສະຫາຍ ສູນທະລາ ສີສະເກດ ເລຂາຄະນະຊາວຫນຸ່ມ ຫນ່ວຍຮາກຖານ ຫ້ອງວ່າການແຂວງ, ມີ ສະຫາຍ ສົມໃຈ ແກ້ວວັນຄຳ ຮອງເລຂາຄະນະບໍລິຫານງານຊາວຫນຸ່ມແຂວງ, ສະຫາຍ ກອງຄຳ ໄຊພົມປັນ ຄະນະຫນ່ວຍພັກຮາກຖານ, ຮອງຫົວຫນ້າຫ້ອງວ່າການແຂວງ, ມີຕາງຫນ້າອົງການຈັດຕັ້ງ ກຳມະບານ, ແມ່ຍິງ, ສະມາຊິກຊາວຫນຸ່ມພາຍໃນຫ້ອງວ່າການ ແລະ ຕາງຫນ້າຄະນະຊາວຫນຸ່ມ ຫນ່ວຍຮາກຖານ ອ້ອມຂ້າງ ເຂົ້າຮ່ວມ.

ກອງປະຊຸມ ໄດ້ສະຫລຸບຕີລາຄາຄືນ ຜົນການເຄື່ອນໄຫວ ຈັດຕັ້ງປະຕິບັດວຽກງານ ຕະຫລອດໄລຍະ 5 ປີຜ່ານມາ ໂດຍຍົກໃຫ້ເຫັນ ດ້ານດີ,ຜົນງານ,ດ້ານອ່ອນ ແລະ ຂໍ້ຄົງຄ້າງ ລວມທັງ ກຳນົດທິດທາງແຜນການ ເຄື່ອນໄຫວໃນ 5 ປີຕໍ່ຫນ້າ. ກອງປະຊຸມ ຍັງໄດ້ດຳເນີນການປ່ອນບັດຄັດເລືອກເອົາຄະນະຊຸດໃຫມ່ ຕາມລະບຽບການ. ໂດຍອີງໃສ່ບັນດາ ມາດຖານເງື່ອນໄຂຕົວຈິງແລ້ວ ເຫັນວ່າ ມີຜູ້ອອກຮັບສະຫມັກ ເປັນຄະນະຊາວຫນຸ່ມ ຫນ່ວຍຮາກຖານ ຊຸດໃຫມ່ ປະກອບມີທັງຫມົດ 5 ສະຫາຍ,ຍິງ 2 ສະຫາຍ ໃນນີ້ ຄັດເລືອກເອົາ 3 ສະຫາຍ. ຜ່ານການໃຊ້ສິດປະຊາທິປະໄຕ ຂອງສະມາຊິກ ຊາວຫນຸ່ມ ດ້ວຍການປ່ອນບັດຄັດເລືອກ ແລະ ດຳເນີນກອງປະຊຸມ ຄັ້ງປະຖົມມະລຶກແລ້ວ ກອງປະຊຸມ ໄດ້ເຫັນດີເປັນເອກະພາບ ເລືອກເອົາ ສະຫາຍ ທອງໄບ ສຸກບຸນມາ ເປັນເລຂາ ຄະນະຊາວຫນຸ່ມ ຫນ່ວຍຮາກຖານ ຫ້ອງວ່າການແຂວງ, ສະຫາຍ ບຸນລີ ຢາເຢັງ ເປັນຮອງ ທັງເປັນ ປະທານກວດກາ, ສະຫາຍ ນາງ ສຸດາວັນ ວົງພະຈັນ ເປັນຄະນະ ແລະ ເລືອກເອົາ ສະຫາຍ ສິທອງ ສີວົງໄຊ ເປັນຮອງປະທານກວດກາ.
ນອກນັ້ນ ກອງປະຊຸມ ຍັງໄດ້ຜ່ານ ຂໍ້ຕົກລົງ ຄະນະຊາວຫນຸ່ມ ປະຊາຊົນປະຕິວັດລາວ ແຂວງອຸດົມໄຊ ວ່າດ້ວຍການອະນຸມັດ ໃຫ້ສະມາຊິກຊາວຫນຸ່ມ ປະຊາຊົນ ປະຕິ ວັດລາວ ສັງກັດຢູ່ ຄະນະຊາວຫນຸ່ມ ຫນ່ວຍຮາກຖານ ຫ້ອງວ່າການ ພົ້ນອາຍຸກະສຽນ ລາອອກຈາກການເປັນສະມາຊິກຊາວຫນຸ່ມ ປະຊາຊົນ ປະຕິວັດລາວ ຈຳນວນ 4 ສະ ຫາຍ,ຍິງ 2 ສະຫາຍ.
ຕອນທ້າຍ ຂອງກອງປະຊຸມ ສະຫາຍ ສົມໃຈ ແກ້ວວັນຄຳ ຮອງເລຂາ ຄະນະບໍລິ ຫານງານ ຊາວຫນຸ່ມ ແຂວງອຸດົມໄຊ ໄດ້ມີຄຳຄິດ ຄຳເຫັນໂອ້ລົມ ແລະ ໃຫ້ທິດຊີ້ນຳ ຕໍ່ກອງປະຊຸມ ເພື່ອເປັນບ່ອນອີງ ສົມທົບກັບທິດທາງແຜນການເຄື່ອນໄຫວ 5 ປີຕໍ່ຫນ້າ ໃຫ້ແກ່ ຄະນະ ສະມາຊິກ ຊາວຫນຸ່ມ ຫນ່ວຍຮາກຖານ ຫ້ອງວ່າການແຂວງ.