ພິທີປະກາດແຕ່ງຕັ້ງຫົວໜ້າຫ້ອງວ່າການແຂວງອຸດົມໄຊຜູ້ໃໝ່ ແລະ ປະກາດຍົກຍ້າຍຫົວໜ້າຫ້ອງວ່າການແຂວງ ຜູ້ເກົ່າໄປຮັບໜ້າທີ່ຢູ່ບ່ອນໃໝ່ໄດ້ຈັດຂຶ້ນໃນວັນທີ 26 ພະຈິກ 2024ນີ້ ...

ພິທີປະກາດແຕ່ງຕັ້ງຫົວໜ້າຫ້ອງວ່າການແຂວງອຸດົມໄຊຜູ້ໃໝ່ ແລະ ປະກາດຍົກຍ້າຍຫົວໜ້າຫ້ອງວ່າການແຂວງ ຜູ້ເກົ່າໄປຮັບໜ້າທີ່ຢູ່ບ່ອນໃໝ່ໄດ້ຈັດຂຶ້ນໃນວັນທີ 26 ພະຈິກ 2024ນີ້ ທີ່ຫ້ອງປະຊຸມວ່າການແຂວງໂດຍການໃຫ້ກຽດເຂົ້າຮ່ວມຂອງ ທ່ານ ບຸນຄົງ ຫຼ້າຈຽມພອນ ກຳມະການສຳຮອງສູນກາງພັກ ເລຂາພັກແຂວງເຈົ້້າແຂວງອຸດົມໄຊ,ມີຄະນະປະຈຳພັກແຂວງ, ກຳມະການພັກແຂວງ,ພະແນກການອ້ອມຂ້າງແຂວງ,ພະນັກງານຫຼັກແຫຼ່ງພ້ອມດ້ວຍພະນັກງານລັດຖະກອນຫ້ອງວ່າການເຂົ້າຮ່ວມ.

ພິທີຄະນະຈັດຕັ້ງແຂວງໄດ້ຜ່ານຂໍ້ຕົກລົງຂອງເຈົ້າແຂວງ ວ່າດ້ວຍການຍົກຍ້າຍ ທ່ານ ນາງ ອຳໄພວອນ ປັນຍາລັກ ກຳມະການພັກແຂວງ ເລຂາໜ່ວຍພັກ ຫົວໜ້າຫ້ອງວ່າການແຂວງອຸດົມໄຊ ໄປຮັບໜ້າທີ່ ເປັນເລຂາຄະນະພັກຮາກຖານ, ຫົວໜ້າພະແນກ ຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວແຂວງອຸດົມໄຊ ແລະ ປະກາດແຕ່ງຕັ້ງ ທ່ານ ພິໄລທອງ ຈິດມະນີ ຮອງຫົວໜ້າຫ້ອງວ່າການແຂວງ ຂຶ້ນເປັນເລຂາໜ່ວຍພັກ ເປັນຫົວໜ້າຫ້ອງວ່າການແຂວງອຸດົມໄຊ ຜູ້ໃໝ່.ພິທີ ທ່ານ ນາງ ອຳໄພວອນ ປັນຍາລັກ ຫົວໜ້າຫ້ອງວ່າການແຂວງໄດ້ສະຫຼຸບລາຍງານສະພາບລວມໂດຍຫຍໍ້ກ່ຽວກັບການຈັດຕັ້ງວຽກງານຮອບດ້ານຂອງຫ້ອງວ່າການແຂວງໃນໄລຍະຜ່ານມາ ແລະວຽກງານຈຸດສຸມທິດທາງແຜນການໃນຕໍ່ໜ້າ ພ້ອມທັງມີການລົງລາຍເຊັນມອບ-ຮັບໜ້າທີ່ ລະຫວ່າງ ທ່ານ ນາງ ອຳໄພວອນ ປັນຍາລັກຫົວໜ້າຫ້ອງວ່າການຜູ້ເກົ່າ ແລະ ທ່ານ ພິໄລທອງ ຈິດມະນີຫົວໜ້າຫ້ອງວ່າການຜູ້ໃໝ່.

ໂອກາດນີ້ ທ່ານ ບຸນຄົງ ຫຼ້າຈຽມພອນ ກຳມະການສຳຮອງສູນກາງພັກ,ເລຂາພັກແຂວງ,ເຈົ້າແຂວງອຸດົມໄຊໄດ້ມີຄຳເຫັນໂອ້ລົມເພື່ອເປັນທິດທາງໃນການນຳພາ-ຊີ້ນຳໃນຕໍ່ໜ້າ ກ່ອນອື່ນທ່ານສະແດງຄວາມຍ້ອງຍໍຊົມເຊີຍໃນການ ຊີ້ນຳ-ນຳພາວຽກງານຮອບດ້ານຂອງຫົວໜ້າຫ້ອງວ່າການຜູ້ເກົ່າທີ່ຍາດຜົນງານ ແລະ ມີຜົນສຳເລັດຫຼາຍດ້ານ.ພ້ອມທັງຮຽກຮ້ອງໃຫ້ທັງສອງທ່ານທີ່ຖືກແຕ່ງຕັ້ງ ແລະ ຍົກຍ້າຍ ເຊິ່ງວຽກງານທີ່ໄດ້ຮັບລ້ວນແຕ່ເປັນວຽກງານໃໝ່ ທີ່ສຳຄັນ ແລະ ເປັນການໄວ້ເນື້ອເຊື້ອໃຈ, ຄົ້ນຄ້ວາຖີ່ຖ້ວນຈາກຂັ້ນເທິງຢ່າງລະອຽດ. ສະນັ້ນ ຕ້ອງໄດ້ເອົາໃຈໃສ່ ຄົ້ນຄ້ວາ,ເຊື່ອມຊຶມ, ກຳແໜ້ນບັນດາມະຕິ, ຄຳສັ່ງຕ່າງໆ ເພື່ອເປັນແນວທາງໃນການນໍາພາກົມກອງທີ່ຕົນສັງກັດຂັບເຄື່ອນວຽກງານໄປໃນຕໍ່ໜ້າໃຫ້ຖືກຕ້ອງສອດຄ່ອງກັບແນວທາງນະໂຍບາຍຂອງພັກ-ລັດວາງອອກຢ່າງເຂັ້ມງວດ.

  • ປະກາດ ໂຄງປະກອບ ກົງຈັກການຈັດຕັ້ງ ແລະ ບຸກຄະລາກອນ ຫ້ອງວ່າການແຂວງ
     ພິທີ ປະກາດ ໂຄງປະກອບ ກົງຈັກການຈັດຕັ້ງ ແລະ ບຸກຄະລາກອນ ຂອງ ຫ້ອງວ່າການ ແຂວງອຸດົມໄຊ ໄດ້ຈັດຂຶ້ນ ໃນຕອນບ່າຍ...
  • ກອງປະຊຸມໃຫຍ່ ຄັ້ງທີ IV ຂອງ ຄະນະ ສະມາຊິກ ຊາວຫນຸ່ມ ຫນ່ວຍຮາກຖານ ຫ້ອງວ່າການແຂວງ
    ກອງປະຊຸມໃຫຍ່ ຄັ້ງທີ IV ຂອງ ຄະນະ ສະມາຊິກ ຊາວຫນຸ່ມ ຫນ່ວຍຮາກຖານ ຫ້ອງວ່າການແຂວງອຸດົມໄຊ ຈັດຂຶ້ນໃນຕອນບ່າຍ ...
  • ສະມາຊິກ ສະຫະພັນແມ່ຍິງຮາກຖານ ຫ້ອງວ່າການແຂວງ ໄຂກອງປະຊຸມໃຫຍ່ ຄັ້ງທີ II
     ກອງປະຊຸມໃຫຍ່ ຄັ້ງທີ II ຂອງ ສະມາຊິກ ສະຫະພັນແມ່ຍິງຮາກຖານ ຫ້ອງວ່າການແຂວງ ຈັດຂຶ້ນ ໃນຕອນເຊົ້າວັນທີ 21 ຕຸ...
  • ກອງປະຊຸມ ສະຫຼຸບການຈັດຕັ້ງປະຕິບັດວຽກງານຫ້ອງວ່າການແຂວງ ປະຈໍາ 6 ເດືອນຕົ້ນປີ
    ພິທີ ສະຫຼຸບການຈັດຕັ້ງປະຕິບັດວຽກງານຫ້ອງວ່າການແຂວງ ປະຈໍາ 6 ເດືອນຕົ້ນປີ ແລະ ທິດທາງແຜນການ ...
  • ຊາວໜຸ່ມຫ້ອງວ່າການແຂວງ ໄດ້ຮັບທຸງໄຊນຳໜ້າ ຂະບວນການ 4 ບຸກ
    ຊາວໜຸ່ມຫ້ອງວ່າການແຂວງ ໄດ້ຮັບທຸງໄຊນຳໜ້າ ຂະບວນການ 4 ບຸກ 
  • ປະກາດແຕ່ງຕັ້ງ ຫົວໜ້າ ຫ້ອງວ່າການແຂວງ ຜູ້ໃໝ່
    [data-gutter="2%"][data-nb="1"]:not(.ckadvancedlayout) [data-width="100"] {width:100%;}[data-gutter=...
  • "ທ່ຽວອຸດົມໄຊ ໄປຊົມ­ທໍາມະ­ຊາດນ້ໍາ­ຕົກ­ຕາດ­ຫົວນ້ໍາກັດ ຊົມ­ວັດທະ­ນະ­ທໍາ­ຊົນເຜົ່າໄຫ້ວພຼະ­ເຈົ້າ­ສິງ­ຄໍາ ດື່ມນ້ໍາ­ຊາ­ພັນ­ປີຂີ່ເຮືອທ່ອງທ່ຽວ ຊົມ­ທໍາມະ­ຊາດແຄມ­ຂອງ"  Whatsapp: 020 924 33336