ພິທີ ສະຫຼຸບການຈັດຕັ້ງປະຕິບັດວຽກງານຫ້ອງວ່າການແຂວງ ປະຈໍາ 6 ເດືອນຕົ້ນປີ ແລະ ທິດທາງແຜນການ 6 ເດືອນທ້າຍປີ 2025 ໂດຍການເປັນປະທານຂອງທ່ານ ພິໄລທອງ ຈິດມະນີ ຫົວໜ້າຫ້ອງວ່າການແຂວງ,ມີຄະນະພັກ,ຄະນະຫ້ອງວ່າການ ພ້ອມດ້ວຍພະນັກງານ-ວິຊາການເຂົ້າຮ່ວມ.

ກອງປະຊຸມໄດ້ຜ່ານບົດສະຫຼຸບການຈັດຕັ້ງປະຕິບັດວຽກງານຫ້ອງວ່າການແຂວງ ປະຈໍາ 6 ເດືອນຕົ້ນປີ 2025 ໃນໄລຍະ 6 ເດືອນຜ່ານມາ ຫ້ອງວ່າການແຂວງ ໄດ້ສຸມໃສ່ຈັດຕັ້ງປະຕິບັດວຽກງານຕາມພາລະບົດບາດ, ສິດ ແລະ ໜ້າທີ່ຂອງຕົນ ໃນທ່າມກາງສະພາບແວດລ້ອມພາຍໃນປະເທດ ກໍຄືທ້ອງຖິ່ນມີການຜັນແປຢ່າງສະຫຼັບສັບຊ້ອນ, ມີທັງກາລະໂອກາດທີ່ເອື້ອອຳນວຍ, ຂໍ້ຫຍຸ້ງຍາກ ແລະ ສິ່ງທ້າທາຍທົດສອບຫຼາຍປະການ ເປັນຕົ້ນແມ່ນ ບັນຫາຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ, ງົບປະມານຈຳກັດ, ເຊິ່ງໄດ້ກາຍເປັນສິ່ງທ້າທາຍໂດຍກົງຢ່າງຫຼີກລ້ຽງບໍ່ໄດ້ ຕໍ່ກັບການຈັດຕັ້ງປະຕິບັດວຽກງານເສນາທິການລວມຂອງຫ້ອງວ່າການແຂວງ. 

ແຕ່ດ້ວຍການຊີ້ນໍາ-ນໍາພາຂອງຄະນະພັກ-ຄະນະນຳ ສົມທົບກັບຄວາມຮັບຜິດຊອບຂອງພະນັກງານຫຼັກແຫຼ່ງ ຂອງຫ້ອງວ່າການແຂວງ ທີ່ໄດ້ສຸມໃສ່ຈັດຕັ້ງປະຕິບັດວຽກງານ,ຄວາມເສຍສະຫຼະເພື່ອສ່ວນລວມ ຈິ່ງເຮັດວຽກງານເສນາທິການໂດຍລວມມີຄວາມເຂັ້ມແຂງຂຶ້ນຢ່າງຕໍ່ເນື່ອງ ແລະ ຫັນເປັນທັນສະໄໝເທື່ອລະກ້າວ,ໃນກອງປະຊຸມໄດ້ປະກອບຄຳຄິດຄຳເຫັນຊອກຫາບັນຫາທີ່ຍັງຄົງຄ້າງສືບຕໍ່ປັບປຸງແກ້ໄຂເຂົ້າໃນທິດທາງແຜນການ 6 ເດືອນທ້າຍປີ 2025 ໃຫ້ຜົນສຳເລັດໃຫ່ມຍິ່ງໃຫ່ຍກວ່າເກົ່າ.

  • ປະກາດ ໂຄງປະກອບ ກົງຈັກການຈັດຕັ້ງ ແລະ ບຸກຄະລາກອນ ຫ້ອງວ່າການແຂວງ
     ພິທີ ປະກາດ ໂຄງປະກອບ ກົງຈັກການຈັດຕັ້ງ ແລະ ບຸກຄະລາກອນ ຂອງ ຫ້ອງວ່າການ ແຂວງອຸດົມໄຊ ໄດ້ຈັດຂຶ້ນ ໃນຕອນບ່າຍ...
  • ກອງປະຊຸມໃຫຍ່ ຄັ້ງທີ IV ຂອງ ຄະນະ ສະມາຊິກ ຊາວຫນຸ່ມ ຫນ່ວຍຮາກຖານ ຫ້ອງວ່າການແຂວງ
    ກອງປະຊຸມໃຫຍ່ ຄັ້ງທີ IV ຂອງ ຄະນະ ສະມາຊິກ ຊາວຫນຸ່ມ ຫນ່ວຍຮາກຖານ ຫ້ອງວ່າການແຂວງອຸດົມໄຊ ຈັດຂຶ້ນໃນຕອນບ່າຍ ...
  • ສະມາຊິກ ສະຫະພັນແມ່ຍິງຮາກຖານ ຫ້ອງວ່າການແຂວງ ໄຂກອງປະຊຸມໃຫຍ່ ຄັ້ງທີ II
     ກອງປະຊຸມໃຫຍ່ ຄັ້ງທີ II ຂອງ ສະມາຊິກ ສະຫະພັນແມ່ຍິງຮາກຖານ ຫ້ອງວ່າການແຂວງ ຈັດຂຶ້ນ ໃນຕອນເຊົ້າວັນທີ 21 ຕຸ...
  • ກອງປະຊຸມ ສະຫຼຸບການຈັດຕັ້ງປະຕິບັດວຽກງານຫ້ອງວ່າການແຂວງ ປະຈໍາ 6 ເດືອນຕົ້ນປີ
    ພິທີ ສະຫຼຸບການຈັດຕັ້ງປະຕິບັດວຽກງານຫ້ອງວ່າການແຂວງ ປະຈໍາ 6 ເດືອນຕົ້ນປີ ແລະ ທິດທາງແຜນການ ...
  • ຊາວໜຸ່ມຫ້ອງວ່າການແຂວງ ໄດ້ຮັບທຸງໄຊນຳໜ້າ ຂະບວນການ 4 ບຸກ
    ຊາວໜຸ່ມຫ້ອງວ່າການແຂວງ ໄດ້ຮັບທຸງໄຊນຳໜ້າ ຂະບວນການ 4 ບຸກ 
  • ປະກາດແຕ່ງຕັ້ງ ຫົວໜ້າ ຫ້ອງວ່າການແຂວງ ຜູ້ໃໝ່
    [data-gutter="2%"][data-nb="1"]:not(.ckadvancedlayout) [data-width="100"] {width:100%;}[data-gutter=...
  • "ທ່ຽວອຸດົມໄຊ ໄປຊົມ­ທໍາມະ­ຊາດນ້ໍາ­ຕົກ­ຕາດ­ຫົວນ້ໍາກັດ ຊົມ­ວັດທະ­ນະ­ທໍາ­ຊົນເຜົ່າໄຫ້ວພຼະ­ເຈົ້າ­ສິງ­ຄໍາ ດື່ມນ້ໍາ­ຊາ­ພັນ­ປີຂີ່ເຮືອທ່ອງທ່ຽວ ຊົມ­ທໍາມະ­ຊາດແຄມ­ຂອງ"  Whatsapp: 020 924 33336