ກອງປະຊຸມໃຫຍ່ ຄັ້ງທີ II ຂອງ ສະມາຊິກ ສະຫະພັນແມ່ຍິງຮາກຖານ ຫ້ອງວ່າການແຂວງ ຈັດຂຶ້ນ ໃນຕອນເຊົ້າວັນທີ 21 ຕຸລາ 2025 ທີ່ ຫ້ອງປະຊຸມຫ້ອງວ່າການແຂວງ ໂດຍການເປັນປະທານຂອງ ສະຫາຍ ນາງ ສີພອນ ເຈົ້າຊຸນລິ້ງ ປະທານສະຫະພັນແມ່ຍິງຮາກຖານ ຫ້ອງວ່າການແຂວງ, ເປັນກຽດເຂົ້າຮ່ວມມີ ສະຫາຍ ນາງ ອຳພອນ ອິນຕະລາ ຮອງປະທານສະຫະພັນແມ່ຍິງແຂວງ, ສະຫາຍ ກອງຄຳ ໄຊພົມປັນ ຄະນະຫນ່ວຍພັກຮາກຖານ, ຮອງຫົວຫນ້າຫ້ອງວ່າການແຂວງ, ມີຕາງຫນ້າອົງການຈັດຕັ້ງ ກຳມະບານ, ຊາວຫນຸ່ມ, ມີສະມາຊິກ ສະຫະພັນແມ່ຍິງພາຍໃນຮາກຖານ ແລະ ຕາງຫນ້າສະຫະ ພັນແມ່ຍິງ ຮາກຖານອ້ອມຂ້າງ ເຂົ້າຮ່ວມ.

ກອງປະຊຸມໄດ້ສະຫລຸບຕີລາຄາຄືນ ຜົນການເຄື່ອນໄຫວຈັດຕັ້ງປະຕິບັດ ວຽກງານຮອບດ້ານ ໄລຍະ 5 ປີຜ່ານມາ ໂດຍຍົກໃຫ້ເຫັນ ດ້ານດີ-ຜົນງານ, ດ້ານອ່ອນ - ຂໍ້ຄົງຄ້າງ ພ້ອມທັງ ກຳນົດທິດທາງແຜນການເຄື່ອນໄຫວ 5 ປີຕໍ່ຫນ້າ ເຊິ່ງຜົນງານດັ່ງກ່າວ ສະແດງອອກ ມີສະມາຊິກແມ່ຍິງທີ່ມີຜົນງານດີເດັ່ນ ໃນການປະກອບສ່ວນເຂົ້າໃນການເຄື່ອນໄຫວ ຈັດຕັ້ງປະຕິ ບັດວຽກງານ ຂອງສະຫະພັນແມ່ຍິງ ຈຳນວນ 21 ສະຫາຍ ໄດ້ຮັບໃບຍ້ອງຍໍ ຈາກ ສະຫະພັນແມ່ຍິງແຂວງ.

ນອກນັ້ນ ຍັງເຮັດໃຫ້ ສະຫະພັນແມ່ຍິງຮາກຖານ ຫ້ອງວ່າການ ຖືກຮັບຮອງເປັນ ສະຫະພັນແມ່ຍິງ 3 ດີ ປະຈຳປີ 2025 ໃຫ້ກຽດມອບ ໃບຍ້ອງຍໍ ແລະ ໃບຢັ້ງຢືນ ໂດຍ ສະຫາຍ ນາງ ອຳພອນ ອິນຕະລາ ຮອງປະທານສະຫະພັນແມ່ຍິງແຂວງ.

   ກອງປະຊຸມ ຍັງໄດ້ໃຊ້ສິດປະຊາທິປະໄຕຂອງຕົນ ປ່ອນບັດຄັດເລືອກເອົາ ຄະນະຊຸດໃຫມ່ ຕາມລະບຽບການ ເຊິ່ງມີຜູ້ອອກຮັບສະຫມັກ ທັງຫມົດ 5 ສະຫາຍ ເລືອກເອົາ 3 ສະຫາຍ ຜ່ານການປ່ອນບັດ ກອງປະຊຸມໄດ້ເຫັນດີເປັນເອກະພາບເລືອກເອົາ 1. ສະຫາຍ ນາງ ສີພອນ ເຈົ້າຊຸນລິ້ງ ເປັນປະທານ 2. ສະຫາຍ ນາງ ສອນເພັດ ບຸນຈະເລີນ ເປັນຮອງປະທານ ທັງເປັນປະ ທານກວດກາ 3. ສະຫາຍ ນາງ ມະນີວອນ ພັນດານຸວົງ ເປັນຄະນະ  ຕິດພັນກັບການດຳເນີນກອງປະຊຸມໃຫຍ່ ສະມາຊິກສະຫະ ພັນແມ່ຍິງຮາກຖານ ຫ້ອງວ່າການແຂວງ ພ້ອມທັງ ຈັບມື້ແຂ່ງຂັນ ສືບຕໍ່ ສະຫມັກເຂົ້າແຂ່ງຂັນ 3 ດີ ປະຈຳປີ 2026 ຕື່ມອີກ.

  • ປະກາດ ໂຄງປະກອບ ກົງຈັກການຈັດຕັ້ງ ແລະ ບຸກຄະລາກອນ ຫ້ອງວ່າການແຂວງ
     ພິທີ ປະກາດ ໂຄງປະກອບ ກົງຈັກການຈັດຕັ້ງ ແລະ ບຸກຄະລາກອນ ຂອງ ຫ້ອງວ່າການ ແຂວງອຸດົມໄຊ ໄດ້ຈັດຂຶ້ນ ໃນຕອນບ່າຍ...
  • ກອງປະຊຸມໃຫຍ່ ຄັ້ງທີ IV ຂອງ ຄະນະ ສະມາຊິກ ຊາວຫນຸ່ມ ຫນ່ວຍຮາກຖານ ຫ້ອງວ່າການແຂວງ
    ກອງປະຊຸມໃຫຍ່ ຄັ້ງທີ IV ຂອງ ຄະນະ ສະມາຊິກ ຊາວຫນຸ່ມ ຫນ່ວຍຮາກຖານ ຫ້ອງວ່າການແຂວງອຸດົມໄຊ ຈັດຂຶ້ນໃນຕອນບ່າຍ ...
  • ສະມາຊິກ ສະຫະພັນແມ່ຍິງຮາກຖານ ຫ້ອງວ່າການແຂວງ ໄຂກອງປະຊຸມໃຫຍ່ ຄັ້ງທີ II
     ກອງປະຊຸມໃຫຍ່ ຄັ້ງທີ II ຂອງ ສະມາຊິກ ສະຫະພັນແມ່ຍິງຮາກຖານ ຫ້ອງວ່າການແຂວງ ຈັດຂຶ້ນ ໃນຕອນເຊົ້າວັນທີ 21 ຕຸ...
  • ກອງປະຊຸມ ສະຫຼຸບການຈັດຕັ້ງປະຕິບັດວຽກງານຫ້ອງວ່າການແຂວງ ປະຈໍາ 6 ເດືອນຕົ້ນປີ
    ພິທີ ສະຫຼຸບການຈັດຕັ້ງປະຕິບັດວຽກງານຫ້ອງວ່າການແຂວງ ປະຈໍາ 6 ເດືອນຕົ້ນປີ ແລະ ທິດທາງແຜນການ ...
  • ຊາວໜຸ່ມຫ້ອງວ່າການແຂວງ ໄດ້ຮັບທຸງໄຊນຳໜ້າ ຂະບວນການ 4 ບຸກ
    ຊາວໜຸ່ມຫ້ອງວ່າການແຂວງ ໄດ້ຮັບທຸງໄຊນຳໜ້າ ຂະບວນການ 4 ບຸກ 
  • ປະກາດແຕ່ງຕັ້ງ ຫົວໜ້າ ຫ້ອງວ່າການແຂວງ ຜູ້ໃໝ່
    [data-gutter="2%"][data-nb="1"]:not(.ckadvancedlayout) [data-width="100"] {width:100%;}[data-gutter=...
  • "ທ່ຽວອຸດົມໄຊ ໄປຊົມ­ທໍາມະ­ຊາດນ້ໍາ­ຕົກ­ຕາດ­ຫົວນ້ໍາກັດ ຊົມ­ວັດທະ­ນະ­ທໍາ­ຊົນເຜົ່າໄຫ້ວພຼະ­ເຈົ້າ­ສິງ­ຄໍາ ດື່ມນ້ໍາ­ຊາ­ພັນ­ປີຂີ່ເຮືອທ່ອງທ່ຽວ ຊົມ­ທໍາມະ­ຊາດແຄມ­ຂອງ"  Whatsapp: 020 924 33336