ວ່າດ້ວຍການແຕ່ງຕັ້ງ ຄະນະຜູ້ແທນຂັ້ນສູງແຂວງອຸດົມໄຊ ໄປເຄື່ອນໄຫວ ຢ້ຽມຢາມ ແລະ ແລກປ່ຽນບົດຮຽນ ຢູ່ທີ່ ແຂວງເຊີນລາ ລາຍເຈົ່າ ແລະ ດຽນບຽນ ແຫ່ງ ສສ ຫວຽດນາມ ແລະ ຮ່ວມງານສະເຫລີມສະຫລອງ ວັນສ້າງຕັ້ງ ແຂວງເຊີນລາ ຄົບຮອບ 130 ປີ ໃນລະຫວ່າງ ວັນທີ 8-13 ຕຸລາ 2025
ຕອນຄ່ຳຂອງວັນທີ 10 ຕຸລາ 2025 ຄະນະພັກ ອົງການປົກຄອງ ແລະ ປະຊາຊົນບັນດາເຜົ່າ ແຂວງເຊີນລາ ໄດ້ຈັດງານສະເຫລີມສະຫລອງ ວັນສ້າງຕັ້ງ ແຂວງເຊີນລາ ຄົບຮອບ 130 ປີ (10 ຕຸລາ 1895-10 ຕຸລາ 2025) ຂຶ້ນຢ່າງອະລັງການ ທີ່ ສະໜາມຫລວງ ຂອງ ແຂວງເຊີນລາ ຕາງໜ້າການນຳ ພັກ-ລັດ ຂັ້ນສູງຂອງ ສສ ຫວຽດນາມ ເຂົ້າຮ່ວມ ໂດຍ ສະຫາຍ ເລ່ມິ່ງຫ່ວານ ກຳມະການກົມການເມືອງສູນກາງພັກ, ຮອງປະທານສະພາແຫ່ງຊາດ, ສະຫາຍ ຫ້ວາງກັວກແຂັງ ເລຂາພັກແຂວງ ພ້ອມການນຳ ພັກ-ລັດ ຂອງ ແຂວງເຊີນລາ, ແຂກເຊີນຈາກບັນດາແຂວງໃກ້ຄຽງ ແລະ ປະຊາຊົນບັນາເຜົ່າພາຍໃນແຂວງເຊີນລາ ເຂົ້າຮ່ວມຢ່າງຫລວງຫລາຍ.
ສຳລັບ ສປປ ລາວ ໂດຍໄດ້ຮັບການເຊື້ອເຊີນເຂົ້າຮ່ວມ ມີ 8 ແຂວງພາກເໜືອ ຄື: ແຂວງອຸດົມໄຊ, ບໍ່ແກ້ວ, ຫລວງນ້ຳທາ, ຜົ້ງສາລີ, ຊຽງຂວາງ, ຫລວງພະບາງ, ຫົວພັນ ແລະ ແຂວງໄຊສົມບູນ. ຕາງໜ້າການນຳຂັ້ນສູງ ຂອງ ແຂວງອຸດົມໄຊ ນຳພາຄະນະເຂົ້າຮ່ວມໂດຍ ສະຫາຍ ປອ ວົງສະຫວັນ ໄຊຍະວົງ ຮອງເລຂາພັກແຂວງ, ປະທານຄະນະກຳມະການປົກຄອງ ແຂວງອຸດົມໄຊ ແຫ່ງ ສປປ ລາວ ພ້ອມຄະນະ.
ງານສະເຫລີມສະຫລອງ ວັນສ້າງຕັ້ງ ແຂວງເຊີນລາ ຄົບຮອບ 130 ປີ ຈັດຂຶ້ນຢ່າງອະລັງການ ມີລາຍການສະແດງທີ່ຫລາກຫລາຍສີສັນ ຫລາກຫລາຍລາຍການທີ່ປະທັບໃຈ ເຊິ່ງຊ່ອງແສງເຖິງນຳໃຈຮັກຊາດ ຮັກບ້ານເກີດເມືອງນອນ ຂອງ ປະຊາຊົນ ບັນດາເຜົ່າ ແຂວງເຊີນລາ ຕົ້ນກຳເນີດ, ປະຫວັດຄວາມເປັນມາ ແລະ ການພັດທະນາທີ່ກ້າວກະໂດດສູ່ໃບໜ້າໃໝ່ ແຫ່ງຄວາມຮຸ່ງເຮືອງ ສີວິໄລ ຂອງແຂວງເຊີນລາ.
ຂ່າວ: ສະຖານີວິທະຍຸໂທລະພາບແຂວງອຸດົມໄຊ





