ໃນຕອນບ່າຍວັນທີ 19 ກໍລະກົດ 2025 ນີ້ ທ່ານ ບຸນທອງ ຈິດມະນີ ກໍາມະການກົມການເມືອງສູນກາງພັກ, ຜູ້ປະຈຳການຄະນະເລຂາທິການສູນກາງພັກ, ຮອງປະທານປະເທດ ພ້ອມຄະນະ, ທ່ານ ບຸນຄົງ ຫຼ້າ ຈຽມພອນ ກໍາມະການສໍາຮອງສູນກາງພັກ, ເລຂາພັກແຂວງ ເຈົ້້າແຂວງອຸດົມໄຊ, ທ່ານ ຈ່າງ ເຊີ້ຜິ່ງ ຫົວໜ້າສະຖານກົງສູນໃຫຍ່ ສປ ຈີນ ປະຈໍາຫຼວງພະບາງ ສປປ ລາວ ພ້ອມດ້ວຍຄະນະ ໄດ້ລົງຢ້ຽມຢາມກວດກາຄວາມຄືບໜ້າ ໂຄງການພະລັງງານໄຟຟ້າແສງຕາເວັນ ຢູ່ ເມືອງໄຊ ແລະ ເມືອງນາໝໍ້ ແຂວງອຸດົມໄຊ ທີ່ພັດທະນາໂດຍ ບໍລິສັດ ຊີຈີເອັນ ເອເນີຈີ ເຕັກໂນໂລຢີລາວ ຈຳກັດ ໂດຍໄດ້ຮັບການຕ້ອນຮັບ ຈາກຄະນະຜູ້ບໍລິຫານ ແລະ ພະນັກງານພາຍໃນບໍລິສັດ ພ້ອມທັງຟັງການລາຍງານສະພາບການຈັດຕັ້ງປະຕິບັດຂອງໂຄງການ.
ໂຄງການຖານເຊື່ອມຕໍ່ພະລັງງານສະອາດ ໄດ້ຈັດຕັ້ງປະຕິບັດ ຢູ່ 7 ບ້ານ ຄື: ບ້ານກິ່ວຈະລຸ, ບ້ານຈອມອອງ, ບ້ານກີ່ວແຈບ, ບ້ານນາຖົ່ວ, ບ້ານນໍ້າບໍ່ຕາໄກ່, ບ້ານຫ້ວຍຊອຍ ແລະ ບ້ານໝາກຈຸກ ນອນໃນ 2 ເມືອງ ຄື: ເມືອງໄຊ ແລະ ເມືອງນາໝໍ້, ເນື້ອທີ່ 2,090 ກວ່າເຮັກຕາ, ມີ 1,009 ຕອນ ໃນນັ້ນ ດິນລວມບ້ານ ມີ 53 ຕອນ, ເນື້ອທີ່ 67 ກວ່າເຮັກຕາ, ດິນທີ່ທົດແທນຄ່າເສຍຫາຍ ມີ 349 ຄອບຄົວ, ມີ 956 ຕອນ, ເນື້ອທີ່ 2,022 ກວ່າເຮັກຕາ. ມີວິຊາການ ແລະ ແຮງງານ ປະມານ 800 ຄົນ.
ໂຄງການພະລັງງານສະອາດ ພາກເໜືອ ສປປ ລາວ ໄລຍະທີ 1 ໂຄງການ ກໍາລັງຕິດຕັ້ງ 1.000 MW, ຜະລິດພະລັງງານໄຟຟ້າ ສະເລ່ຍ 1,700 ກິກາວັດໂມງ/ປີ, ເຊັນສັນຍາ ສຳປະທານ ໃນວັນທີ 12 ກັນຍາ 2024. ມາຮອດປັດຈຸບັນຄວາມຄືບໜ້າໃນການກໍ່ສ້າງໂຄງການໄຟຟ້າແສງຕາເວັນ ເມືອງໄຊ ແລະ ເມືອງນາໝໍ້ ໂຄງການຖານເຊື່ອມຕໍ່ຖານພະລັງງານສະອາດ ໂຄງການໄຟຟ້າພະລັງງານແສງຕາເວັນກຳລັງຕິດຕັ້ງ 1.000 MW ໂດຍລວມແມ່ນສໍາເລັດ 45%. ໃນນີ້ ວຽກຂຸດດິນຂອງສະຖານີ ເນື້ອທີ່ 3.32 ເຮັກຕາ; ວຽກການຕອກເສົາເຂັມ 45 ເສົາ, ຖານໝໍ້ແປງ, ວຽກການຖົມດິນຂອງເດີ່ນສະຖານນີ, ພື້ນທີ່ສີຂຽວທີ່ສ້າງຂຶ້ນເພື່ອເປັນການປົກປັກຮັກສາສິ່ງແວດລ້ອມຂອງສະຖານີ, ວຽກການອະນາໄມໜ້າດິນຂອງເຂດພະລັງງານແສງຕາເວັນ ແລະ ວຽກການຝັງເສົາເຂັມຂອງເຂດພະລັງງານແສງຕາເວັນ ແມ່ນສຳເລັດ 100%, ວຽກການສ້າງຕາໜ່າງຫີນປ້ອງກັນຕາຝັ່ງເຊາະເຈື່ອນສຳເລັດ 51.96%, ອາຄານການຜະລິດສຳເລັດ 39.21%, ກຳແພງກໍ່ສ້າງສຳເລັດ 34,63%, ການຕິດຕັ້ງໂຄງຄ້ຳແຜງໂຊລ່າເຊວສຳເລັດ 12.12%, ແຜງໂຊລ່າເຊວຕິດຕັ້ງສຳເລັດ 6.57%, ເທົ່າກັບ 85.41 MW, ການປັບປຸງເສັ້ນທາງຂອງເຂດພະລັງງານແສງຕາເວັນມີຄວາມຍາວທັງໝົດ 90.643 km, ສຳເລັດແລ້ວ 84.7%, ການຂຸດດິນຖານເສົາສາຍສົ່ງສຳເລັດ 25 ເສົາ ສໍາເລັດ 43.1%, ສຳລັບການເທຄອນກີດຂອງຖານເສົາສາຍສົ່ງສຳເລັດ 24 ເສົາ, ສະເລ່ຍ 41.38%, ສຳລັບເສົາສາຍສົ່ງທີ່ຕິດຕັ້ງສຳເລັດແລ້ວແມ່ນມີ 45 ເສົາ, ສະເລ່ຍ 7.76%.
ພ້ອມນີ້ທາງໂຄງການ ໄດ້ສ້າງຈຸດສັງເກດການປ້ອງກັນໄຟປ່າ ເພື່ອເປັນບ່ອນສັງເກດ, ຕິດຕາມການອານຸລັກທຳມະຊາດ, ຄວາມປອດໄພໃນການເຝົ້າລະວັງ ແລະ ສັງເກດການຕ້ານອັກຄີໄພໃນຂອບເຂດອ້ອມຮອບໂຄງການ. ສ້າງເສັ້ນທາງເບຕົງເຂົ້າໄປຫາພື້ນທີ່ດັ່ງກ່າວ ເພື່ອອຳນວຍຄວາມສະດວກ ແລະ ສາມາດໃຊ້ຈຸດດັ່ງກ່າວເປັນບ່ອນຄ່ຽນຖ່າຍເຄື່ອງ, ວັດສະດຸອຸປະກອນ ຂອງໂຄງການກໍ່ສ້າງໄຟຟ້າແສງຕາເວັນ ແລະ ສະຖານີໄຟຟ້າ; ຄາດວ່າຈະຂາຍໄຟຟ້າຢ່າງເປັນທາງການໃນທ້າຍປີ 2025 ນີ້.
ພາບ-ຂ່າວ: ຄຳພັນ ແກ້ວມະນີ