ພິທີປະກາດກົງຈັກການຈັດຕັ້ງ ໄດ້ໄຂຂື້ນຢ່າງເປັນທາງການ ພິທີດັ່ງກ່າວໄດ້ປະກາດຍົກຍ້າຍ ທ່ານ ພູທອງທອງ ຊົມພູ ຫົວໜ້າຂະແໜງຈັດຕັ້ງ-ກວດກາ ຫ້ອງວ່າການແຂວງ ໄປປະຈຳການເປັນຮອງປະທານກຳມະບານແຂວງ ແລະ ປະກາດ ແຕ່ງຕັ້ງ ທ່ານ ບຸນທັນ ສຸພັດທອນ ອາດີດຮອງເຈົ້າເມືອງໆຮຸນ ໄປປະຈຳການຢູ່ຫ້ອງວ່າການແຂວງ ເປັນຮອງຫົວໜ້າຫ້ອງວ່າການແຂວງ ໂດຍໃຫ້ກຽດເປັນປະທານໂດຍ ທ່ານ ສຸຫວັດ ມະຫາວົງສະນັ່ນ ຄະນະປະຈຳພັກແຂວງ ຫົວໜ້າຈັດຕັ້ງແຂວງ ມີຫົວໜ້າຫ້ອງວ່າການແຂວງ ພະນັກງານລັດຖະກອນຫ້ອງວ່າການແຂວງ ແລະ ຕາງໜ້າຄະນະຈັດຕັ້ງແຂວງ ເຂົ້າຮ່ວມ.
ເນື້ອຫາທີ່ກ່ຽວຂ້ອງ

ກໍາມະບານຮາກຖານ ຫ້ອງວ່າການແຂວງ ສະຫຼຸບວຽກງານຂະບວນການແຂ່ງຂັນ 5 ເປັນເຈົ້າ
ຕອນບ່າຍວັນທີ 19 ພະຈິກ 2024 ກໍາມະບານຮາກຖານ ຫ້ອງວ່າການ ແຂວງອຸດົມໄຊ ໄດ້ຈັດພິທີສະຫຼຸບວຽກງານຂະບວນການແຂ່ງຂັນ 5 ເປັນເຈົ້າ ປະຈໍາປີ 2024 ຂຶ້ນຢ່າງເປັນທາງການ ທີ່ຫ້ອງປະຊຸມຊັ້ນ3 ຂອງຫ້ອງວ່າການແຂວງ ໂດຍການເປັນປະທານຂອງ ທ່ານ ຜາດົງ ອິນສະແຫວງ ປະທານກຳມະບານຮາກຖານ…
ຫ້ອງວ່າການແຂວງ ຜັນຂະຫຍາຍເນື້ອໃນເອກະສານສຳຄັນ ແລະ ມອບໃບຍ້ອງຍໍປະຈຳປີ
ຫ້ອງວ່າການແຂວງ ຈັດພິທີເຊື່ອມຊື່ມຜັນຂະຫຍາຍເນື້ອໃນເອກະສານມະຕິກອງປະຊຸມຄົບຄະນະບໍລິຫານງານພັກແຂວງສະໄໝທີ IX, ເອກະສານແຈ້ງການທິດຊີ້ນຳກ່ຽວກັບການຈັດຕັ້ງປະຕິບັດດຳລັດ ວ່າດ້ວຍລົດລັດ ແລະ ມະຕິຕົກລົງ ວ່າດ້ວຍການໂຮມກົງຈັກການຈັດຕັ້ງ ໃຫ້ພະນັກງານ-ລັດຖະກອນ ຫຼັງຈາກນັ້ນຫ້ອງວ່າການແຂວງໄດ້ຈັດພິທີມອບໃບຍ້ອງຍໍ ແລະ ໃບຊົມເຊີຍ ໃຫ້ພະນັກງານ-ລັດຖະກອນ ແລະ ພະນັກງານສັນຍາແຮງງານ ຜູ້ທີ່ມີຜົນງານດີເດັ່ນໃນໄລຍະ 1 ປີທີ່ຜ່ານມາ ໂດຍໃຫ້ກຽດເປັນປະທານ ແລະ…