ໃນວັນທີ 22 ມີນາ 2025 ນີ້, ໃນໂອກາດ ແຂວງອຸດົມໄຊ ຈັດງານໂຮມຊຸມນຸມ ສະເຫຼີມສະຫຼອງ ວັນສ້າງຕັ້ງພັກ ຄົບຮອບ 70 ປີ ທີ່ສະໂມສອນ ແຂວງ ອຸດົມໄຊ ໄດ້ຈັດພິທີປະດັບ ຫຼຽນກາລະນຶກ 70 ປີ ວັນສ້າງຕັ້ງພັກ ປະຊາຊົນ ປະຕິວັດລາວ ໃຫ້ສະມາຊິກພັກ ທີ່ມີຜົນງານ, ຄຸນງາມຄວາມດີ ໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ຕະຫລອດໄລຍະຜ່ານມາ ໃຫ້ກຽດປະດັບຫຼຽນໂດຍ ສະຫາຍ ບຸນຄົງ ຫຼ້າຈຽມພອນ ກຳມະການສຳຮອງ ສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ, ເຈົ້າແຂວງອຸດົມໄຊ, ມີບັນດາ ສະຫາຍຄະນະປະຈຳພັກແຂວງ, ກຳມະການພັກແຂວງ, ພະແນກການ, ສອງກອງບັນຊາການ, ອາດີດການນໍາຂອງແຂວງ, ອົງການຈັດຕັ້ງສັງຄົມ, ຕາງໜ້າຊັ້ນຄົນ, ນັກຮຽນຮູ້, ນັກສຶກສາປັນຍາຊົນເຂົ້າຮ່ວມ.
ໂດຍປະຕິບັດຕາມ ມະຕິຕົກລົງຂອງຄະນະເລຂາທິການສູນກາງພັກ ສະບັບເລກທີ 410/ຄລສພ, ລົງວັນທີ 14 ມີນາ 2025 ເຊິ່ງໄດ້ຕົກລົງ ປະດັບຫລຽນກາລະນຶກ 70 ປີ ວັນສ້າງຕັ້ງ ພັກປະຊາຊົນປະຕິວັດລາວ (22 ມີນາ 1955-22 ມີນາ 2025) ໃຫ້ສະມາຊິກພັກທົ່ວແຂວງ ອຸດົມໄຊ ທີ່ມີຜົນງານ, ຄຸນງາມຄວາມດີ ໃນພາລະກິດ ປົກປັກ ຮັກສາ ແລະ ສ້າງສາພັດທະນາປະເທດຊາດ ຕະຫລອດໄລຍະຜ່ານມາມີ 1135 ສະຫາຍ. ໃນນີ້, ສະມາຊິກພັກບໍານານ 488 ສະຫາຍ ແລະ ສະມາຊິກພັກ ປະຈໍາການ 647 ສະຫາຍ.
ການປະດັບຫລຽນກາລະນຶກ 70 ປີ ວັນສ້າງຕັ້ງພັກ ເປັນຫລຽນກາກຽດຕິຄຸນອັນສູງສົ່ງ ຂອງພັກປະຊາຊົນປະຕິວັດລາວ ໃຫ້ແກ່ບັນດາສະຫາຍສະມາຊິກພັກ ທີ່ປະຈຳການ ແລະ ພະນັກງານບຳນານ ທີ່ມີຜົນງານອັນໃຫຍ່ ຫລວງ, ມີວິລະກຳອັນລໍ້າເລີດ, ເປັນແບບຢ່າງອັນປະເສີດ ໃຫ້ແກ່ຮຸ່ນສືບທອດ. ໃນໂອກາດດຽວກັນນີ້ ກໍໄດ້ມອບຂອງທີ່ລະນຶກໃຫ້ອະດີດການນຳຂອງແຂວງອຸດົມໄຊ ຕື່ມອີກ.
ການຈັດຕັ້ງພິທີປະດັບຫລຽນໃນຄັ້ງນີ້, ເປັນການສະແດງໃຫ້ເຫັນເຖິງຄວາມຮູ້ບຸນຄຸນຢ່າງສຸດຊຶ້ງ, ເປັນການຈາລຶກ ແລະ ຈົດຈໍາຜົນງານອັນໃຫຍ່ຫລວງ ທີ່ໄດ້ອຸທິດເລືອດເນື້ອເຫື່ອແຮງ, ສະຕິປັນຍາໃຫ້ແກ່ພາລະກິດຕໍ່ສູ້ປົດປ່ອຍປະເທດຊາດ ແລະ ພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ.