ສະພາປະຊາຊົນແຂວງ ຜ່ານຮ່າງແຜນການກະກຽມ ແລະ ດຳເນີນກອງປະຊຸມ ສະໄໝວິສາມັນ ເທື່ອທີ 01 ຕໍ່ ອົງການປົກຄອງແຂວງ

ກອງປະຊຸມ ຜ່ານແຜນການກະກຽມ ແລະ ດຳເນີນກອງປະຊຸມ ສະໄໝວິສາມັນ ເທື່ອທີ 01 ຂອງ ສະພາປະຊາຊົນ ແຂວງອຸດົມໄຊ ຊຸດທີ 2 ຕໍ່ ອົງການປົກຄອງ ແຂວງອຸດົມໄຊ ໄດ້ຈັດຂື້ນ ໃນວັນທີ 30 ເມສາ 2025 ນີ້ ທີ່ຫ້ອງປະຊຸມຊັ້້ນ2 ຂອງຫ້ອງວ່າການແຂວງ ໂດຍມີ ທ່ານ ຄຳດີ ວົງລ້ອມ ຮອງເລຂາພັກແຂວງ, ປະທານສະພາປະຊາຊົນແຂວງ, ທ່ານ ອ່ອນແກ້ວ ອຸ່ນອາລົມ ຮອງເຈົ້າແຂວງ ພ້ອມດ້ວຍຄະນະປະຈຳພັກແຂວງ, ຄະນະປະຈຳສະພາປະຊາຊົນແຂວງ ແລະ ພະແນກການທີ່ກ່ຽວຂ້ອງ ເຂົ້າຮ່ວມ.

ກອງປະຊຸມໄດ້ ຜ່ານຮ່າງແຜນການກະກຽມ ແລະ ດຳເນີນກອງປະຊຸມ ສະໄໝວິສາມັນ ເທື່ອທີ 01 ຂອງ ສະພາປະຊາຊົນ ແຂວງອຸດົມໄຊ ຊຸດທີ 2 ຕໍ່ ອົງການປົກຄອງແຂວງ ໂດຍສະເພາະແມ່ນ ຈຸດປະສົງ ແລະ ລະດັບຄາດໝາຍ, ການຈັດຕັ້ງປະຕິບັດ ພາລະ ບົດບາດ, ສິດ ແລະ ໜ້າທີ່ ຂອງ ສະພາປະຊາຊົນແຂວງ ຕາມທີ່ໄດ້ກຳນົດໄວ້ໃນກົດໝາຍ ວ່າດ້ວຍສະພາປະຊາຊົນຂັ້ນແຂວງ, ພ້ອມນີ້ ຍັງໄດ້ກຳນົດດ້ານເນື້ອໃນ ທີ່ຈະໄດ້ສຸມໃສ່ ຄົ້ນຄ້ວາ ພິຈາລະນາ ແລະ ຮັບຮອງເອົາບັນຫາສຳຄັນຫຼາຍໆບັນຫາ ເຊັ່ນ: ຈະໄດ້ມີການພິຈາລະນາຮັບຮອງເອົາ ໂຄງປະກອບກົງຈັກ ອົງການປົກຄອງແຂວງ, ພິຈາລະນະຮັບຮອງເອົາ ຂໍ້ຕົກລົງຂອງທ່ານເຈົ້າແຂວງ ວ່າດ້ວຍການທົດແທນຄ່າເສຍຫາຍ ຈາກ ໂຄງການພັດທະນາປີ່ນອ້ອມ ສະຖານີລົດໄຟ ເມືອງໄຊ, ໂຄງການກໍ່ສ້າງຫ້ອງການສະພາປະຊາຊົນແຂວງ, ຫໍຫຼັກເມືອງ, ສະໜາມຫຼວງ ແລະ ໂຄງການກໍ່ສ້າງທາງດ່ວນ ຊ່ວງຜ່ານເທດສະບານເມືອງໄຊ ແລະ ອື່ນໆ, ການກຳນົດວັນເວລາ, ສະຖານທີ່, ເປົ້າໝາຍຜູ້ເຂົ້າຮ່ວມ ແລະ ງົບປະມານ.

ໂອກາດດຽວກັນ ອົງການປົກຄອງແຂວງ ກໍ່ໄດ້ມີຄວາມຄິດເຫັນຕໍ່ກັບ ຮ່າງແຜນການກະກຽມ ແລະ ດຳເນີນກອງປະຊຸມ ສະໄໝວິສາມັນເທື່ອທີ 01 ຂອງ ສະພາປະຊາຊົນ ແຂວງອຸດົມໄຊ ຊຸດທີ 2 ແລະ ເນັ້ນໃຫ້ ຄະນະຮັບຜິດຊອບ ກໍ່ຄື ສະພາປະຊາຊົນແຂວງ ໃຫ້ເອົາໃຈໃສ່ຫຼາຍບັນຫາ ຈະເປັນ ດ້ານບຸກຄະລາກອນ ດ້ານເນື້ອໃນ ແລະ ອື່ນໆ ແມ່ນໃຫ້ມີຄວາມພ້ອມ ເພື່ອເຮັດໃຫ້ກອງປະຊຸມໄດ້ຮັບຜົນຕາມລະດັບ