ກອງປະຊຸມ ຄະນະບໍລິຫານງານພັກແຂວງ ສະໄໝສາມັນ ປະຈຳໄຕມາດ I ປີ 2024

ກອງ​ປ​ະ​ຊຸມ​ ສະໄໝສາມັນ ຂອງຄະນະບໍລິຫານງານພັກແຂວງ ປະຈໍາໄຕມາດ I ປີ 2024 ໄດ້ຈັດຂຶ້ນຢ່າງເປັນທາງການ ໃນວັນທີ 28 ມີນານີ້ ທີ່ຫ້ອງປະຊຸມ ຫ້ອງວ່າການແຂວງ ໂດຍການເປັນປະທານຂອງ ສະຫາຍ ບຸນຄົງ ຫຼ້າຈຽມພອນ, ກໍາມະການສໍາຮອງສູນກາງພັກ, ເລຂາພັກແຂວງ, ເຈົ້າແຂວງອຸດົມໄຊ. ມີ ຮອງເລຂາພັກແຂວງ, ຄະນະປະຈໍາພັກແຂວງ, ກໍາມະການພັກແຂວງ, ອົງການຈັດຕັ້ງອ້ອມຂ້າງແຂວງ ເຂົ້າຮ່ວມ.

ກອງປະຊຸມ ໄດ້ພ້ອມກັນ ຄົ້ນຄວ້າ ລົງເລິກ ຫຼາຍບັນຫາ ເປັນຕົ້ນໄດ້ຕີລາຄືນຕໍ່ກັບການສັງລວມຜົນສຳເລັດຂອງການ ນຳພາ-ຊີ້ນຳ ວຽກງານຮອບດ້ານຂອງຄະນະບໍລິຫານງານພັກແຂວງ ໃນໄລຍະ 3 ເດືອນ ຜ່ານມາ ແລະ ພ້ອມກັນກຳນົດທິດທາງແຜນການໃນຕໍ່ໜ້າ ໂດຍສະເພາະແມ່ນວຽກຈຸດສຸມໃນ 3 ເດືອນຕໍ່ໜ້າ, ຮັບຟັງການລາຍງານ ກ່ຽວກັບການດໍາເນີນກອງປະຊຸມປັບປຸງຮາກຖານບ້ານ ແລະ ສໍານັກງານອົງການ-ຂັ້ນເມືອງ, ການກະກຽມ ກອງປະຊຸມໃຫຍ່ ອົງຄະນະພັກເມືອງ ແລະ ການຄົ້ນຄວ້າ ກໍານົດກຸ່ມບ້ານ ເພື່ອສ້າງຕັ້ງເປັນຕາແສງໃນຕໍ່ໜ້າ, ຟັງລາຍງານ ກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາ ເສດຖະກິດ-ສັງຄົມ ຕິດພັນກັບການຈັດຕັ້ງປະຕິບັດນິຕິກຳແກ້ໄຂບັນຫາເຄັ່ງຮ້ອນຂອງລັດຖະບານ ເຊິ່ງເປັນບັນຫາເຄັ່ງຮ້ອນທີ່ສຸດ ທີ່ທຸກພາກສ່ວນຈະຕ້ອງໄດ້ເປັນເຈົ້າການປະກອບສ່ວນຈັດຕັ້ງປະຕິບັດໃຫ້ມີຜົນສຳເລັດເປັນແຕ່ລະກ້າວ, ຕີລາຄາ ກ່ຽວກັບການຈັດຕັ້ງປະຕິບັດ ວຽກງານປ້ອງກັນຄວາມສະຫງົບ ຕິດພັນກັບການປະຕິບັດ ວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ປະຈໍາເດືອນ 1-3 ປີ 2024 ແລະ ທິດທາງແຜນການໃນຕໍ່ໜ້າ, ຄົ້ນຄວ້າປຶກສາຫາລື ກ່ຽວກັບການຈັດຕັ້ງປະຕິບັດ ມາດຕະການຄຸ້ມຄອງທີ່ດິນ, ປ່າໄມ້, ຊັບພະຍາກອນປ່າໄມ້ ແລະ ສະກັດກັ້ນໄຟໄໝ້ລາມປ່າ. ພ້ອມນີ້ ຍັງໄດ້ປຶກຫາລື ເພື່ອຜັນຂະຫຍາຍຜົນສຳເລັດຂອງການເຄື່ອນໄຫວເຮັດວຽກກັບບັນດາແຂວງຂອງ ສສ ຫວຽດນາມ ທີ່ທັງສອງຝ່າຍໄດ້ເອກະພາບຮ່ວມກັນ ເສີມຂະຫຍາຍການພົວພັນຮ່ວມມືໃນຕໍ່ໜ້າ.

ຜ່ານການ ນຳພາ-ຊີ້ນຳ ຢ່າງແທດເຖິງຂອງຄະນະພັກແຕ່ລະຂັ້ນ ຕະຫຼອດໄລຍະ 3 ເດືອນຜ່ານມາ ສາມາດເຮັດໃຫ້ທົ່ວແຂວງຍັງຮັກສາໄດ້ ສະຖຽນລະພາບທາງດ້ານການເມືອງຢ່າງໜັກແໜ້ນ, ຮັກສາໄດ້ຄວາມສະຫງົບສຸກ, ຄວາມເປັນລະບຽບຮຽບຮ້ອຍໃນສັງຄົມໂດຍພື້ນຖານ, ເສດຖະກິດຂອງແຂວງສືບຕໍ່ຂະຫຍາຍຕົວ, ໂຄງລ່າງພື້ນຖານ ໂດຍສະເພາະ ຖະໜົນຫົນທາງ, ລະບົບໄຟຟ້າ, ນໍ້າປະປາ, ຊົນລະປະທານ ໄດ້ຮັບການພັດທະນາຢູ່ຫຼາຍພື້ນທີ່, ຂະບວນການຜະລິດກະສິກຳ ເປັນສະບຽງອາຫານ ແລະ ສິນຄ້າສົ່ງອອກ ເປັນຂະບວນຟົດຟື້ນ ແລະ ມີສະມັດຕະຖາບດີ; ຄວາມທຸກຍາກ, ຊີວິດການເປັນຢູ່ຂອງປະຊາຊົນບັນດາເຜົ່າພາຍໃນແຂວງ ໄດ້ຮັບການແກ້ໄຂດີຂຶ້ນເທື່ອລະກ້າວ; ພະນັກງານ, ສະມາຊິກພັກ ໂດຍສະເພາະ ແມ່ນຄະນະພັກ, ຄະນະນໍາແຕ່ລະຂັ້ນ ສ່ວນຫຼາຍຍັງຮັກສາໄດ້ຄຸນທາດການເມືອງ, ຄຸນສົມບັດສິນທໍາປະຕິວັດຢ່າງໜັກແໜ້ນ, ຮັກສາໄດ້ຄວາມເປັນແບບຢ່າງນໍາໜ້າໃນທຸກດ້ານ, ຮັກສາໄດ້ຄວາມເຊື່ອໝັ້ນ, ໄວ້ວາງໃຈ ຈາກ ປະຊາຊົນ ເປັນຢ່າງດີ.