ປະຫວັດຄວາມເປັນມາຂອງ ຊົນເຜົ່າລື້ : ແມ່ນເຄື່ອນຍ້າຍມາຈາກ 12 ພັນນາ ສປປ ຈີນ ລົງມາຕັ້ງຖິ່ນ ຖານບ້ານຊ່ອງຂອງຕົນ ຢູ່ບັນດາເມືອງຂອງ ແຂວງອຸດົມໄຊ

ຊື່ເອີ້ນ: ແມ່ນເຜົ່າລື້, ຊົນເຜົ່າອື່ນໆ. ກໍ່ເອີ້ນເຂົາເຈົ້າວ່າເຜົ່າລື້ ແລະ ຊື່ທີ່ເຂົາເຈົ້າມັກກໍ່ແມ່ນເຜົ່າລື້ ຄຳວ່າ: “ລື້ ມີຄວາມຫມາຍວ່າ “ຄົນ ຊົນເຜົ່າລື້ຢູ່ ແຂວງອຸດົມໄຊ ມີສອງແຊງຄື: ຊົນເຜົ່າອຸ້ຍ ແລະ ຊົນເຜົ່າເຂີນ.
ພາສາ: ຊົນເຜົ່າລື້ ມີພາສາສະເພາະຂອງຕົນເອງ ແລະ ໄດ້ຈັດຢູ່ໃນກຸ່ມພາສາປາກເວົ້າ ລາວ-ໄຕ, ຊົນເຜົ່າລື້, ອຸ້ຍ, ເຂີນ ມີຕົວຫນັງສືຂຽນດ້ວຍຕົວທຳຢູ່ໃນໃບລານ, ຕົວອັກສອນ ຫຼືຕົວຫນັງສືຂຽນຂອງຊົນເຜົ່າລື້ຄ້າຍໆ ກັບຕົວທາໍຂອງຊົນເຜົ່າລາວ.
ຄວາມເຊື່ອຖືຮີດຄອງປະເພນີ ແລະ ວັດທະນະທໍາ – ສັງຄົມຂອງຊົນເຜົ່າລື້ຢູ່ແຂວງອຸດົມໄຊ: ຊົນເຜົ່າລື້ ມີຄວາມເຊື່ອຖື ແລະ ວັດທະທຳຄ້າຍໆກັບຊົນເຜົ່າລາວ ແມ່ນເຊື່ອຖືພຸດທະສາສະຫນາ ແລະເຊື່ອຖືຜີພໍ່, ຜີແມ່, ຜີເຮືອນ, ຜີບ້ານ, ຜີເມືອງ ແລະ ຜີອື່ນໆ. ແຕ່ດ້ານລະບົບໂຄງສ້າງທາງດ້ານສັງຄົມຂອງຊົນ ເຜົ່າລື້, ພວກເຮົາ ເຫັນໄດ້ວ່າຂ້ອນຂ້າງຫນັກແຫນ້ນ ແລະ ເຂັ້ມງວດກວ່າຊົນເຜົ່າອື່ນໆ.
ໃນຫມວດພາສາ ລາວ-ໄຕສະໄຫມຝຣັ່ງປົກຄອງ ຈະມີ 6 ຊັ້ນຢ່າງລະອຽດຈະແຈ້ງເຊັ່ນ: ພໍ່ລາມ, ຫມື່ນ, ແສນ, ຈ່າ, ເພ່ຍ ແລະ ພະຍາ. ຊົນເຜົ່າລື້ຈະເອົາຊື່ຂອງ ສັດມາເປັນຊື່ຂອງຕະກຸນເຊັ່ນ: ຊິ່ງເສື້ອ, ຊິ່ງນົກຕັ້ງລໍ້,
ຊິ່ງນົກວາກ ແລະ ຊິ່ງອື່ນໆ.