ປະຫວັດຄວາມເປັນມາຂອງ ຊົນເຜົ່າລະເມດ ແມ່ນຊົນເຜົ່າຫນຶ່ງທີ່ດຳລົງຊິວິດ ແລະ ຕັ້ງຖິ່ນຖານບ້ານເກີດຢູ່ແຂວງອຸດົມໄຊ
ໄດ້ຫຼາຍພັນປີມາແລ້ວ, ບົນເສັ້ນທາງການເຄື່ອນຍ້າຍຂອງຊົນເຜົ່າລະເມດທີ່ມາລະອຽດຈະແຈ້ງ ແນວໃດ ແລະ ມາດ້ວຍວິທີໃດນັ້ນ,
ບໍ່ທັນມີນັກຄົ້ນຄ້ວາທ່ານໃດຮູ້ ແລະ ກຳຂໍ້ມູນທີ່ແນ່ນອນເທື່ອ. ແຕ່ຊົນເຜົ່າລະເມດທີ່ມີຢູ່ແຂວງອຸດົມໄຊ ຊົນເຜົ່າລະເມດ ທີ່ຢູ່ແຂວງອຸດົມໄຊ ບໍ່ມີບ້ານເອກະລາດ, ສ່ວນຫຼວງຫຼາຍແມ່ນຢູ່ບ້ານປະສົມກັບຊົນເຜົ່າອື່ນໆໃນເທດສະບານແຂວງເທົ່ານັ້ນ ເຊັ່ນ: ບ້ານລ້ອງກໍເດື່ອ, ບ້ານດອນໄຊ, ບ້ານ ຫນອງແມງດາ ແລະ ບ້ານອື່ນໆ.
ຊື່ເອີ້ນ: ຊົນເຜົ່າລະເມດ ແມ່ນຊື່ທີ່ເຂົາເຈົ້າກໍ່ມັກ ແລະ ຊົນເຜົ່າອື່ນໆ ກໍ່ເອີ້ນເຂົາເຈົ້າແມ່ນຊົນເຜົ່າລະເມດ, ສ່ວນຄໍາສັບທີ່ວ່າ “ລະເມດ ມີຄວາມຫມາຍແນວໃດນັ້ນຍັງບໍ່ທັນມີຜູ້ໃດອະທິບາຍໃຫ້ຮູ້ຢ່າງຈະແຈ້ງເທື່ອຍັງແມ່ນບັນຫາທີ່ຈະຕ້ອງໄດ້ສຶກສາຄົ້ນຄ້ວາຕື່ມໃນອານາຄົດຂ້າງຫນ້າ.
ພາສາ: ຊົນເຜົ່າລະເມດມີພາສາປາກເວົ້າສະເພາະຂອງຊົນເຜົ່າຕົນເອງ ແລະ ໄດ້ຈັດຢູ່ໃນກຸ່ມພາສາ ມອນ-ຂະແມ, ຊົນເຜົ່າ ລະເມດຍັງບໍ່ທັນມີຕົວຫນັງສືຂຽນເປັນຂອງຕົນເອງເທື່ອ. ແຕ່ຊົນເຜົ່າລະເມດສາມາດຮູ້ປາກເວົ້າຫຼາຍພາສາ ຂອງຊົນເຜົ່າອື່ນໆ ທີ່ໃກ້ຄຽງຢ່າງສະດວກສະບາຍເປັນຕົ້ນແມ່ນພາສາຂອງເຜົ່າກຶມມຸໄດ້ດີທີ່ສຸດ. ແຕ່ກົງກັນຂ້າມຊົນເຜົ່າກຶມມຸ ແລະ ຊົນເຜົ່າອື່ນໆ. ທີ່ຢູ່ໃກ້ຄຽງຊົນເຜົ່າລະເມດ ພັດບໍ່ຮູ້ພາສາປາກເວົ້າຂອງເຜົ່າລະເມດ.
ຄວາມເຊື່ອຖື, ຮີດຄອງປະເພນີ ແລະ ວັດທະນະທໍາ – ສັງຄົມຂອງຊົນເຜົ່າລະເມດ: ຊົນເຜົ່າລະເມດ ມີຄວາມເຄົາລົບນັບຖື ແລະ ບູຊາບັນພະບູລຸດຂອງຕົນ: ຜີພໍ່, ຜີແມ່, ຜີປູ່ຍ່າຕາຍາຍ, ຜີບ້ານ, ຜີເມືອງ ແລະ ຜີອື່ນໆ. ຄືກັນກັບຊົນເຜົ່າກຶມມຸ ແລະ ຊົນ ເຜົ່າບິດ, ສິ່ງໃດທີ່ລຶກລັບທີ່ຊົນເຜົ່າລະເມດບໍ່ສາມາດອະທິບາຍໄດ້ກໍ່ເອີ້ນວ່າ “ຜີທັງນັ້ນເບິ່ງລວມແລ້ວປະກົດການຂອງທາໍມະ ຊາດແຕ່ລະດູການທີ່ບໍ່ສາມາດຮັບຮູ້ໄດ້ກໍ່ເອີ້ນວ່າ ແມ່ນຜີໂລດ.
ຊົນເຜົ່າລະເມດ: ມີປະເພນີຜົວດຽວ-ເມຍດຽວ ແລະ ສືບທອດສາຍຕະກຸນທາງພໍ່ເປັນໃຫຍ່, ແມ່ຍິງ ເມື່ອແຕ່ງດອງແລ້ວ ຈະຕ້ອງໄດ້ໄປຢູ່ເຮືອນພໍ່ປູ່ແມ່ຍ່າເພື່ອລ້ຽງດູພໍ່ແມ່ຂອງຜູ້ເປັນຜົວ. ຜູ້ໃດທີ່ມີໂອກາດໄປຮອດໄປ ເຖິງບ້ານຂອງຊົນເຜົ່າລະເມດ ຈະພົບເຫັນໂລດວ່າ: ລະບົບເຮືອນໜຶ່ງ ຫຼື ວ່າຄົວເຮືອນໜຶ່ງຈະມີ 2-3 ຄອບຄົວຢູ່ຮ່ວມກັນເປັນລະບົບຄອບຄົວໃຫຍ່, ຊົນເຜົ່າ ລະເມດມີສອງປະເພດຕະກຸນຈະແຈ້ງຄື: (ໂຕສັດ ແລະ ຜັກກູດ) ເຊັ່ນ: ເສືອ, ເຫງັນ, ນົກ ແລະ ຜັກກູດ. ເຂົາເຈົ້າຈະບໍ່ຂ້າ,ບໍ່ຈັບບໍ່ບາຍເຖິງຕະກຸນຂອງຕົນເອງຢ່າງເດັດຂາດ.
ຊົນເຜົ່າລະເມດ: ມີຮີດຄອງປະເພນີການປຸກສ້າງເຮືອນຮ້ານ, ໃນເຮືອນຈະແບ່ງເປັນສອງຫ້ອງ: ຫ້ອງຮັບ ແຂກທົ່ວໄປມີເຕົາໄຟແຕ່ງຢູ່ຄົວກິນ ແລະ ຫ້ອງເບື້ອງໃນຫ້ອງ ນອ
ນຂອງພໍ່ແມ່ຈະມີເຕົາໄຟໄວ້ສາໍລັບໜຶ້ງເຂົ້າເທົ່ານັ້ນ ບໍ່ໄດ້ຄົວກິນແນວອື່ນ ເດັດຂາດ, ມີຮ້ານບູຊາຜີພໍ່ແມ່ ແລະ ຜີເຮືອນຢູ່ແຈເສົານອນຂອງພໍ່ແມ່, ແຕ່ມາຮອດປັດ ຈຸບັນນີ້ຊົນເຜົ່າລະເມດຢູ່ແຂວງອຸດົມໄຊ ມີເຕົາໄຟໄວ້ສາໍລັບແຕ່ງຢູ່ຄົວກິນ ແລະ ໜຶ້ງເຂົ້າມີພຽງອັນດຽວເທົ່ານັ້ນ ແຕ່ຍັງຮັກສາຮ້ານຜີພໍ່, ແມ່ ແລະ ຜີເຮືອນຢູ່ແຈເຮົານອນ ຂອງພໍ່ແມ່ຄືເກົ່າ.
ຊົນເຜົ່າລະເມດ: ມີຂໍ້ຄະລາໍ ຫຼື ຂໍ້ຫ້າມທີ່ສຸດ: ແຂກຄົນທາງນອກ ແລະ ສະມາຊິກພາຍໃນຄອບຄົວບໍ່ໄດ້ລ່ວງ ລະເມີດເຂົ້າຫ້ອງນອນຂອງພໍ່ແມ່ຍ່າງເດັດຂາດ, ເຜົ່າລະເມດມີຮີດຄອງການເກີດລູກມີການຄະລໍາ ແລະ ຂໍ້ຫ້າມ ຫຼາຍຢ່າງທີ່ສຸດນັບບໍ່ຖ້ວນ, ເກີດລູກຢູ່ເຮືອນຫ້ອງນອນຂອງຜົວເມຍ ມີຮີດຄອງຢູ່ກາໍເດືອນແຄມເຕົາໄຟຄືຊົນເຜົ່າ ອື່ນໆ.
ຊົນເຜົ່າລະເມດ: ມີຮີດຄອງປະເພນີດ້ານພິທີການສົ່ງສະການ ດ້ວຍການຂຸດຂຸມຝັງສົບຄົນຕາຍຢູ່ປ່າຊ້າຂອງ ບ້ານອີກ ນົດໄວ້ເທົ່ານັ້ນ, ບໍ່ໄດ້ຝັງສະຊາຍແບບຊົນເຜົ່າມົ້ງ ແລະຊົນເຜົ່າຫໍ້, ບໍ່ມີການຄົບງັນຄົນຕາຍດົນບາງເທື່ອ ຕາຍຕອນເຂົາຕອນ ລາກໍ່ໄປຝັງສົບເລີຍກໍ່ມີ, ການເຮັດໂລງແມ່ນເຮັດຢູ່ໃນປ່າຊ້າຂໍ້ຫ້າມບໍ່ໃຫ້ເອົາໂລງເຂົ້າມາ ເຮືອນເດັດຂາດ.
ດ້ານສີລະປະວັນນະຄະດີ ແລະ ການນຸ່ງຫົ່ມເອ້ຍ້ອງ: ມີລັກສະນະທາໍມະດາທີ່ສຸດ, ບໍ່ມີອັນໃດທີ່ຈະພົ້ນ ເດັ່ນ ຖ້າສົມທຽບກັບບັນດາຊົນເຜົ່າອື່ນທີ່ຢູ່ໃນກຸ່ມພາສາປາກເວົ້າອັນດຽວກັນ.
ດ້ານເສດຖະກິດ: ຊົນເຜົ່າລະເມດ ມີອາຊີບໃນການຖາງປ່າເຮັດໄຮ່ປູກເຂົ້າຫນຽວເປັນຕົ້ນຕໍນອກຈາກນີ້ເຂົາເຈົ້າ ຍັງນິຍົມກັນປູກພືດທີ່ເປັນທາດແປ້ງເຊັ່ນ: ສາລີ,ມັນ, ເຜືອກ ແລະ ອື່ນໆ. ເສດຖະກິດສາໍຮອງແມ່ນການລ້ຽງສັດ ໃຫຍ່: ງົວ, ຄວາຍ, ແບ້, ຫມູ, ແລະ ສັດປີກຈາໍນວນຫນຶ່ງເພື່ອເປັນອາຫານ ແລະ ພິທີກຳຕ່າງໆ. ຂອງຄອບຄົວ, ສໍາລັບຜູ້ຊາຍມີຄວາມຊາໍນິຊຳນານໃນການເຮັດວຽກຫັດຖະກໍາຈັກສານເຄື່ອງໃຊ້ສອຍ ແລະ ຕີເຫຼັກເຄື່ອງຮັບໃຊ້ໃນ ການຜະລິດອື່ນໆ.
ຊົນເຜົ່າລະເມດ: ຜ່ານການເກັບກຳຂໍ້ມູນປະຫວັດຄວາມເປັນມາຮີດຄອງປະເພນີຂອງຊົນເຜົ່າລະເມດສັງເກດ ແລະ ຕີລາຄາໄດ້ບາງດ້ານຄື:ບໍ່ປາກພາສາຂອງຕົນເອງ ດ້ານຄວາມເຊື່ອຖືຂອງຊົນເຜົ່ານີ້ແມ່ນແຕກຕ່າງກັບບັນດາຊົນ ເຜົ່າໃນຫມວດພາສາດຽວກັນເຊັ່ນວ່າ: ບາງປະກົດການທາໍມະຊາດທີ່ເກີດຂຶ້ນຊົນເຜົ່າດັ່ງກ່າວກໍ່ຖືວ່າແມ່ນຜີຟ້າ, ຜີແຖນ ເປັນຜູ້ເຮັດການເກີດລູກຂອງຊົນເຜົ່າລະເມດກໍ່ມີຫຼາຍຢ່າງທີ່ຄະລໍາ ໂດຍສະເພາະເລື່ອງອາຫານການກິນ ເຊິ່ງ ມັນໄດ້ສົ່ງຜົນສະທ້ອນໂດຍກົງຕໍ່ກັບເດັກທີ່ເກີດໃຫມ່ເຊິ່ງ
ຍັງ ຕ້ອງໄດ້ຮັບການປັບປຸງ ແລະ ປ່ຽນແປງໃຫມ່ບາງ ດ້ານທີ່ບໍ່ຈໍາເປັນ ແລະ ຫນັກຫນ່ວງໂພດ.
ຂໍ້ມູນ: ຈາກສູນທ່ອງທ່ຽວແຂວງອຸດົມໄຊ