ພະທາດ ໄຊມຸງຄຸນລັດຕະນະມິ່ງເມືອງ ເມືອງໄຊ

ພະທາດໄຊມຸງຄຸນລັດຕະນະມິ່ງເມືອງ ຕັ້ງຢູ່ບ້ານນາຫວານນ້ອຍ (ຈຸດໃຈກາງເທດສະບານແຂວງ). ພະທາດນີ້ ມີຄວາມສູງ 18 ແມັດ, ກວ້າງ 18 ຄູນ 18 ແມັດ, ເປັນພະທາດ ທີ່ສວຍງາມ ແລະ ເປັນທີ່ສັກກະລະບູຊາ ຂອງຊາວພຸດ ໂດຍສະເພາະ ແມ່ນຊາວແຂວງອຸດົມໄຊ ແລະ ສາສະນິກະຊົນທົ່ວໄປ ເຂົ້າມາທ່ຽວກາບໄຫວ້ ແລະ ຊົມທິວທັດ ແລະ ສຳພັດບັນຍາກາດ ຕົວເມືອງໄຊ ແລະ ກາບໄຫວ້ສັກກາລະບູຊາ. ທ່າແຮງ ຂອງທາດມິ່ງ. ເມືອງຕັ້ງຢູ່ ໃຈກາງເທດສະບານແຂວງ ເປັນສູນກາງ ທາງດ້ານວັດທະນະທຳ, ເປັນທີ່ເພິ່ງທາງໃຈ, ສະຖານທີ່ສັກ ກາລະບູຊາກາບໄຫວ້, ສະຖານພັກຜ່ອນນຍາມແລງ ແລະ ເປັນຂວັນບ້ານມິ່ງເມືອງ ຂອງແຂວງອຸດົມໄຊ ຖ້າຜູ້ໃດມາ ແຂວງອຸດົມໄຊບໍ່ໄດ້ຂຶ້ນ ວັດພູທາດ ກໍ່ຊໍ່າກັບວ່າບໍ່ໄດ້ ມາຮອດແຂວງອຸດົມໄຊ. ພະທາດໄຊມຸງຄຸນ ຣັດຕະນະມິ່ງເມືອງ ໄດ້ສ້າງຂຶ້ນໃໝ່ ໃນປີ ຄສ 1996 ແລະ ເປີດບໍລິການໃນປີ ຄສ 1997. ເມືອກ່ອນເອີ້ນວ່າ “ພະທາດ” ຕາມການສັນນິຖານທາດ ດັ່ງກ່າວ ໄດ້ສ້າງຂຶ້ນໃນສະໄໝ ເຈົ້າໄຊຍະເສດຖາທິລາດ ປະມານ 400-500 ປີກ່ອນນີ້. ພະທາດດັ່ງກ່າວ ມີຄວາມສູງ ປະມານ 4-5 ແມັດ, ກໍ່ດ້ວຍດິນຈີ່. ມາຮອດສະໄໝຝຣັ່ງປົກຄອງ ບໍລິເວນພະທາດ ໄດ້ເປັນຄ້າຍຂອງຝຣັ່ງ ໃນສະໄໝສົງຄາມຝຣັ່ງ ແລະ ອາເລິກາ ແລະ ພະທາດ ໄດ້ຖືກທຳລາຍເປ່ເພ ເຫຼືອແຕ່ກອງດິນຈີ່. ມາຮອດປີ 1990 ບໍລິສັດນ້ຳມັນເຊື້ອໄຟ ໄດ້ສ້າງເສັ້ນທາງຂຶ້ນ ແລະ ມາຮອດປີ 1996 ແຂວງອຸດົມໄຊ ໄດ້ປະຕິສັງຂອນຄືນໃໝ່ ໂດຍສ້າງທາດຂຶ້ນໃໝ່ ເຊິ່ງກວມເອົາທາດເກົ່າ ມີລວງສູງ 18 ແມັດ, ກວ້າງ 18 ຄູນ 18 ແມັດ, ໄດ້ປ່ຽນຊື່ໃໝ່ ເອີ້ນວ່າ “ພະທາດໄຊມຸງຄຸນຣັດຕະນະມິ່ງເມືອງ” ໄດ້ສະຫຼອງໃນເດືອນ 3 ເພັງຂອງທຸກໆປີ. ທຶນປັບປຸງແມ່ນຂອງລັດຖະບານ ມູນຄ່າ 60 ລ້ານກວ່າກີບ, ເລີ່ມສ້າງແຕ່ ວັນທີ 09/01/1996 – 9/01/1997 ສຳເລັດ ແລະ ຈັດພິທີສະຫຼອງວັນທີ 19-22/2/1997.
ແຫຼ່ງ: ອົງການພັດທະນາການທ້ອງທ່ຽວwww.laogv.gov.la