ຫ້ອງວ່າການແຂວງອຸດົມໄຊ ແຫ່ງ ສປປລາວ ຕ້ອນຮັບການມາພົບປະແລກປ່ຽນບົດຮຽນ ຂອງ ຫ້ອງວ່າການພັກແຂວງດຽນບຽນ ແຫ່ງ ສສ ຫວຽດນາມ

ໃນວັນທີ 8 ທັນວາ 2022 ນີ້ ທີ່ຫ້ອງປະຊຸມຫ້ອງວ່າການແຂວງອຸດົມໄຊ ໄດ້ຈັດພິທີ ພົບປະແລກປ່ຽນບົດຮຽນ ລະຫວ່າງ ຫ້ອງວ່າການແຂວງອຸດົມໄຊ ແຫ່ງ ສປປລາວ ແລະ ຫ້ອງວ່າການພັກແຂວງດຽນບຽນ ແຫ່ງ ສສ ຫວຽດນາມ ຂື້ນຢ່າງເປັນທາງການ, ຝ່າຍລາວມີທ່ານນາງ ອຳໄພວອນ ປັນຍາລັກ ກຳມະການພັກແຂວງ ຫົວໜ້າຫ້ອງວ່າການແຂວງອຸດົມໄຊ ພ້ອມດ້ວຍຄະນະ, ຝ່າຍແຂວງດຽນບຽນ ສສຫວຽດນາມ ນຳໂດຍ ທ່ານ ຫງວຽນ ວັນ ຕວານ ຮອງຫົວໜ້າຫ້ອງວ່າການຄະນະພັກແຂວງດຽນບຽນ ມີ ຄະນະຜູ້ແທນຫ້ອງວ່າການພັກແຂວງດຽນບຽນ ແລະ ຄະນະຜູ້ແທນ ຫອ້ງວ່າການແຂວງອຸດົມໄຊ ເຂົ້າຮ່ວມຢ່າງພ້ອມພຽງ.

ການມາເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກ ຢູ່ແຂວງອຸດົມໄຊ ຢ່າງເປັນທາງການ ໃນຄັ້ງນີ້ ເພື່ອເພີ່ມທະວິສາຍພົວພັນ ໄມຕຣີຈິດມິດຕະພາບ, ຄວາມສາມັກຄີແບບພິເສດ ອັນອົບອຸ່ນ ສະນິດສະໜົມ ແລະ ແໜ້ນແຟ້ນ ໂດຍສະເພາະ ແມ່ນຫ້ອງວ່າການແຂວງອຸດົມໄຊ ກັບແຂວງດຽນບຽນ ໃຫ້ນັບມື້ນັບເລິກເຊິ່ງ. ເຊິ່ງການພົບປະແລກປ່ຽນຂອງສອງຝ່າຍຄັ້ງນີ້ແມ່ນໄດ້ສະເໜີກ່ຽວກັບທ່າແຮງຈຸດພິເສດຂອງແຂວງ, ພາລະບົດບາດ, ສິດໜ້າທີ່ ຂອງແຕ່ລະພາກສ່ວນທີ່ຮັບຜິດຊອບ ໂດຍສະເພາະແມ່ນ ໂຄງປະກອບການຈັດຕັ້ງພັກ – ລັດ ກົງຈັກການຈັດຕັ້ງອົງການມະຫາຊົນ, ສະພາບການຈັດຕັ້ງປະຕິບັດຂອງຫ້ອງວ່າການແຂວງ, ວຽກງານການເປັນເສນາທິການທາງດ້ານເນື້ອໃນເອກະສານຕ່າງໆ, ວຽກງານປະສານງານ, ວຽກງານບໍລິຫານຮັບໃຊ້, ແລະ ວຽກງານອື່ນໆທີ່ປີ່ນອ້ອມ, ພ້ອມນີ້ທັງສອງຝ່າຍຍັງໄດ້ແລກປ່ຽນດ້ານເນື້ອໃນ ວຽກງານການຊ່ວຍເຫຼືອເຊິ່ງກັນ ແລະ ກັນໃນໄລຍະຜ່ານມາ ແລະ ຕໍ່ໜ້າ. ໃນໂອກາດທີ່ຄະນະຜູ້ແທນຫ້ອງວ່າການຄະນະພັກແຂວງດຽນບຽນ ມາພົບປະແລກປ່ຽນບົດຮຽນ ກັບຄະນະຜູ້ແທນຫ້ອງວ່າການແຂວງອຸດົມໄຊຄັ້ງນີ້່ ກໍໄດ້ນຳເອົາເງິນສົດຈຳນວນ 4 ຕື້ດົງຫວຽດນາມ ມາມອບໃຫ້ແຂວງອຸດົມໄຊ ໂດຍມີພິທີເຊັນບົດບັນທຶກມອບ – ຮັບ ລະຫວ່າງສອງຝ່າຍ ຢ່າງເປັນທາງການ. ທັງນີ້ກໍເພື່ອເປັນການປະຕິບັດຕາມບົດບັນທຶກຊ່ວຍຈຳລະຫວ່າງຄະນະຜູ້ແທນພັກ ອົງການປົກຄອງແຂວງດຽນບຽນແຫ່ງ ສສຫວຽດນາມ ແລະ ຄະນະຜູ້ແທນພັກ ອົງການປົກຄອງແຂວງອຸດົມໄຊ ແຫ່ງ ສປປລາວ, ເພື່ອນຳໃຊ້ເຂົ້າໃນວຽກງານການສ້າງສາພັດທະນາບ້ານເມືອງ, ເວົ້າລວມເວົ້າສະເພາະແມ່ນ ເພື່ອກໍ່ສ້າງໂຄງການສາທາລະນະປະໂຫຍດຕ່າງໆ, ພາຍຫຼັງສຳເລັດພິທີທາງການແລ້ວ ທັງສອງຝ່າຍຍັງໄດ້ມອບຂອງທີ່ລະນຶກໃຫ້ກັນ ແລະ ກັນຕື່ມອີກ.