ພິທີ ແລກປ່ຽນບົດຮຽນ ວາລະແຫ່ງຊາດ ວ່າດ້ວຍການແກ້ໄຂ ສະພາບຄວາມຫຍຸ້ງຍາກ ທາງດ້ານເສດຖະກິດ – ການເງິນ ລະຫວ່າງ ທະນາຄານ ແຫ່ງ ສປປລາວ ແລະ 3 ແຂວງພາກເໜືອ

ກອງປະຊຸມ ແລກປ່ຽນບົດຮຽນ ກ່ຽວກັບ ການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການ ແກ້ໄຂ ສະພາບຄວາມຫຍຸ້ງຍາກ ທາງດ້ານເສດຖະກິດ-ການເງິນ ລະຫວ່າງ ທະນາຄານ ແຫ່ງສປປ ລາວ ກັບ3 ແຂວງພາກເໜືອ ອຸດົມໄຊ,ຜົົ້ງສາລີ,ຫລວງນ້ຳທາ,ກະຊວງສາທາລະນະສຸກ ແລະ ບັນດາທະນາຄານທຸລະກິດ ໄດ້ຈັດຂຶ້ນໃນວັນທີ 13 ພະຈິກ 2022 ທີ່ຫ້ອງວ່າການ ແຂວງອຸດົມໄຊ ໂດຍການເປັນປະທານຂອງທ່ານ ບຸນຄົງ ຫລ້າຈຽມພອນ ເຈົ້າແຂວງອຸດົມໄຊ ແລະ ທ່ານ ປອ ບຸນເຫຼືອ ສິນໄຊວໍຣະວົງ ຜູ້ວ່າການທະນາຄານ ແຫ່ງ ສປປ ລາວ.

  ໃນກອງປະຊຸມ ໄດ້ຮັບຟັງການລາຍງານ ສະພາບລວມ ກ່ຽວກັບການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການ ແກ້ໄຂ ສະພາບຄວາມຫຍຸ້ງຍາກ ທາງດ້ານ ເສດຖະກິດ – ການໃນ ຂອງທັງ 3 ແຂວງອຸດົມໄຊ,ຜົ້ງສາລີ ແລະ ແຂວງຫລວງນ້ຳທາ ໂດຍສະເພາະແມ່ນ ຮູບແບບ,ວິທີການ,ຂັ້ນຕອນຕ່າງໆ ລວມທັງ ທິດທາງແຜນການ,ວຽກງານຈຸດສຸມ ແລະ ຄາດຫມາຍ ເພື່ອເປັນບ່ອນອີງ ໃຫ້ແກ່ທຸກພາກສ່ວນ ໃນການປະກອບຄຳເຫັນ ແລະ ແລກປ່ຽນບົດຮຽນ ເຊິ່ງກັນ ແລະ ກັນ.

ໃນກອງປະຊຸມຜູ້ແທນທີ່ເຂົ້າຮ່ວມໄດ້ພ້ອມກັນຄົ້ນຄົ້ວາປະກອບຄຳຄິດຄຳເຫັນດ້ວຍຄວາມຮັບຜິດຊອບສູງເພື່ອຊອກຫາບັນຂໍ້ຄົງຄ້າງທີ່ຈະຕ້ອງພ້ອມກັນສືບຕໍ່ແກ້ໄຂ ແລະ ເສີມຂະຫຍາຍຈຸດດີທັງນີ້ກໍເພື່ອເຮັດໃຫ້ການຈັດຕັ້ງປະຕິບັດ ວຽກງານດັ່ງກ່າວ ໃນຕໍ່ຫນ້າ ມີປະສິດທິພາບ ແລະ ມີຜົນສຳເລັດຕາມລະດັບຄາດຫມາຍ ແນ່ໃສ່ຮັບປະກັນເຮັດໃຫ້ສະພາບ ເສດຖະກິດ ຂອງບັນດາແຂວງ ໂດຍສະເພາະແມ່ນ 3 ແຂວງອຸດົມໄຊ ຜົ້ງສາລີ ແລະ ແຂວງຫລວງນ້ຳທາ ມີທ່າຂະຫຍາຍຕົວ ເທື່ອລະກ້າວ.   ໂອກາດດັ່ງກ່າວ ທະນາຄານແຫ່ງ ສປປລາວ ຍັງໄດ້ມອບເງິນສົດ ໃຫ້ແຂວງອຸດົມໄຊ ເພື່ອປະກອບສ່ວນເຂົ້າໃນການ ແກ້ໄຂ ຜົນກະທົບ ຈາກໄພພິບັດນ້ຳຖ້ວມ ໃນທ້າຍເດືອນສິງຫາ ຜ່ານມາ ຈຳນວນ 329.885.000 ລ້ານກີບ

ນັກຂ່າວ: ຄານມະນີ ຮຽນດໍຈັນ