ອຳນວຍການ ທຄລ ເຂົ້າລາຍງານວຽກງານ ຕໍ່ທ່ານເຈົ້າແຂວງອຸດົມໄຊ

ທ້າຍອາທິດຜ່ານມານີ້ ທ່ານນາງ ສາຍສະຫມອນ ຈັນທະຈັກ ຜູ້ອໍານວຍການ ທະນາຄານ ການຄ້າຕ່າງປະເທດລາວ ມະຫາຊົນ ພ້ອມດ້ວຍຄະນະ ໄດ້ເຂົ້າພົບປະທ່ານ ບຸນຄົງ ຫລ້າຈຽມພອນ ເຈົ້າ ແຂວງອຸດົມໄຊ

ການເຂົ້າພົບປະທານເຈົ້າແຂວງອຸດົມໄຊ ໃນຄັ້ງນີ້ ກໍເພື່ອລາຍງານຈຸດປະສົງ ໂດຍລວມ ຂອງການເດີນທາງ ເຄື່ອນໄຫວ ແລະ ເຮັດວຽກຢູ່ແຂວງອຸດົມໄຊ ໃຫ້ການນຳແຂວງອຸດົມໄຊ ຮັບຮູ້ ໃນການລົງເຄື່ອນໄຫວ ຕິດຕາມ,ກວດກາ ແລະ ຊຸກຍູ້ ວຽກງານ ຮອບດ້ານ ໃນການຈັດຕັ້ງປະຕິບັດວຽກງານ ຂອງທະນາຄານ ການຄ້າ ຕ່າງປະເທດລາວ ມະຫາຊົນ ສາຂາ ແຂວງອຸດົມໄຊ ລວມທັງ ເກັບກຳຂໍ້ມູນບາງດ້ານ ທີ່ເຫັນວ່າ ຍັງເປັນຈຸດອ່ອນ ຂໍ້ຄົງຄ້າງ ເພື່ອນຳໄປປຶກສາຫາລື ແລະ ຊອກຫາແນວທາງໃນການປັບປຸງ ແກ້ໄຂໃນຕໍ່ຫນ້າ ໂດຍແນ່ໃສ່ເຮັດໃຫ້ການເຄື່ອນໄຫວວຽກງານ ຂອງທະນາຄານ ການຄ້າ ຕ່າງປະເທດລາວ ມະຫາຊົນ ໃນຂອບເຂດທົ່ວປະເທດ ເວົ້າລວມ,ເວົ້າສະເພາະ ກໍຄື ສາຂາ ແຂວງອຸດົມໄຊ ໃຫ້ມີປະສິດທິພາບ ແລະ ສາມາດຕອບສະຫນອງຕາມຄວາມຮຽກຮ້ອງຕ້ອງການຂອງພາກລັດ ແລະ ມະຫາຊົນມີຄວາມວ່ອງໄວ,ທັນສະໄໝຂື້ນຢ່າງບໍຢຸດຢັ້ງ.

ນອກນັ້ນ ຍັງໄດ້ສະເໜີ ໃຫ້ການນໍາແຂວງອຸດົມໄຊ ຕິດຕາມ,ຊຸກຍູ້ຊ່ວຍ ໂດຍສະເພາະແມ່ນ ວຽກງານປ້ອງກັນ ຄວາມສະຫງົບ ແລະ ຂະບວນການຍຸຕິທຳ ໃນການປະຕິບັດຄຳຕັດສິນຂອງສານ ກ່ຽວກັບ ການແກ້ໄຂ ບັນຫາຫນີ້ສິນ.

ໂອກາດດັ່ງກ່າວ ທ່ານ ບຸນຄົງ ຫລ້າຈຽມພອນ ເຈົ້າແຂວງອຸດົມໄຊ ໄດ້ສະແດງຄວາມຊົມເຊີຍ ມາຍັງ ທະນາຄານ ການຄ້າ ຕ່າງປະເທດລາວ ມະຫາຊົນ ເຊິ່ງເປັນທະນາຄານທຸລະກິດລັດ ທີ່ມີປະ ສິດທິພາບ ໃນການບໍລິການສັງຄົມ ລວມທັງ ໃຫ້ການຊ່ວຍເຫລືອພາກລັດຕະຫລອດມາ.

ນັກຂ່າວ: ຄານມະນີ ຮຽນດໍຈັນ