ເຈົ້າແຂວງອຸດົມໄຊ ເຄື່ອນໄຫວຢ້ຽມຢາມ ປະຊາຊົນ ຢູ່ເມືອງຫຼາ

ວັນທີ 11 ພະຈິກ ນີ້ ທ່ານ ບຸນຄົງ ຫຼ້າຈຽມພອນ ເຈົ້າແຂວງອຸດົມໄຊ ພ້ອມດ້ວຍຄະນະພັກ ອົງການປົກຄອງຂັ້ນແຂວງ ແລະ ຄະນະພັກອົງການປົກຄອງ ເມືອງຫຼາ ໂດ້ລົງເຄື່ອນໄຫວພົບປະ ປະຊາຊົນ ເຂດອາຄັງ, ອາໂນ ແລະ ຕິດຕາມຊຸກຍູ້ການຟື້ນຟູແກ້ໄຂໄພພິບັດທີ່ເກີດຂຶ້ນຢູ່ເມືອງຫຼາ ແຂວງອຸດົມໄຊ.

ໃນການລົງເຄື່ອນໄຫວພົບປະ ປະຊາຊົນຢູ່ເຂດອາຄັງ – ອາໂນ ເມືອງຫຼາຄັ້ງນີ້ທ່ານໄດ້ຮັບຟັງການລາຍງານສະພາບການເຄື່ອນໄຫວຈັດຕັ້ງປະຕິບັດວຽກງານຂອງຄະນະພັກອົງການປົກຄອງບ້ານ ໂດບໄດ້ຍົກໃຫ້ຮູ້ສະພາບລວມ ການພັດທະນາເສດຖະກິດ – ສັງຄົມ, ບັນຫາຕ່າງທີ່ປະສົບພັບພໍ້ຢູ່ພາຍໃນບ້ານ ແລະ ທິດທາງແຜນການໃນການສືບຕໍ່ພັດທະນາ. ໂອກາດນີ້ທ່ານເຈົ້າແຂວງກໍໄດ້ສົນທະນາເຖິງບັນຫາຕ່າງໆທີ່ຄວນເອົາໃຈໃສ່ ແລະ ພ້ອມກັນແກ້ໄຂ ພ້ອມດຽວກັນນີ້ກໍໄດ້ມີຄໍາຄິດຄຳເຫັນໂອ້ລົມ ແລະ ໃຫ້ທິດຊີ້ນຳແກ່ຄະນະອົງການປົກຄອງບ້ານ ເປັນຕົ້ນແມ່ນໃຫ້ຄະນະພັກອົງການປົກຄອງບ້ານສືບຕໍ່ໃນການປັບປຸງກົງຈັກການຈັດຕັ້ງຂອງບ້ານໃຫ້ມີຄວາມເຂັ້ມແຂງ , ປຸກລະດົມແນວຄວາມຄິດຂອງປະຊາຊົນພາຍໃນບ້ານໃຫ້ມີສະຕິ ມີຄວາມຕື່ນຕົວປະກອບສ່ວນເຂົ້າໃນການປະຕິບັດລະບຽບກົດໝາຍ ເປັນເຈົາການໃນການປະຕິບັດວຽກງານປ້ອງກັນຊາດ ປ້ອງກັນຄວາມສະຫງົບພາຍໃນບ້ານ ເພື່ອເຮັດໃຫ້ພາຍໃນບ້ານມີຄວາມສະຫງົບປອດໄພ ພ້ອມກັນພັດທະນາຊີວິດການເປັນຢູ່ດ້ວຍການປູກ, ການລ້ຽງຕາມທ່າແຮງເງື່ອນໄຂ ເພື່ອສ້າງລາຍຮັບໃຫ້ແກ່ຄອບຄົວແກ້ໄຂຊີວິດການເປັນຢູ່ໃຫ້ນັບມື້ດີຂຶ້ນ ທີ່ສຳຄັນອີກບັນຫາໜື່ງທ່ານໄດ້ຮຽກຮ້ອງໃຫ້ຄະນະພັກອົງການປົກຄອງບ້ານ ແລະ ປະຊາຊົນພາຍໃນບ້ານໃຫ້ພ້ອມກັນສືບຕໍ່ເອົາໃຈໃສ່ໃນການຈັດຕັ້ງປະຕິບັດສອງວາລະແຫ່ງຊາດ ໂດຍສະເພາະແມ່ນວາລະແຫ່ງຊາດວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ເຊິ່ງເປັນບັນຫາທີ່ສໍາຄັນທີ່ຈະເຮັດໃຫ້ພາຍໃນບ້ານມີຄວາມສະຫງົບປອດໄພ ພ້ອມກັນປະຕິບັດແຜນພັດທະນາເສດຖະກິດ – ສັງຄົມຂອງບ້ານໃຫ້ບັນລຸຕາມຄາດໝາຍທີ່ວາງໄວ້.

ຈາກນັ້ນ, ໄດ້ນໍາເອົາເຄື່ອງນຸ່ງຫົ່ມໄປມອບໃຫ້ແກ່ປະຊາຊົນຕື່ມອີກ.

ຫຼັງຈາກນັ້ນທ່ານເຈົ້າແຂວງອຸດົມໄຊພ້ອມດ້ວຍຄະນະກໍໄດ້ສືບຕໍ່ລົງເຄື່ອນໄຫວຕິດຕາມການແກ້ໄຂຟື້ນຟູສະພາບໄພພິບັດທີ່ເກີດຂຶ້ນຢູ່ຂັ້ນເມືອງ ໂດຍສະເພາະແມ່ນໄດ້ລົງກວດກາເບິ່ງເຂດທີ່ຈະຈັດສັນຕັ້ງພູມລຳເນົາໃຫ້ປະຊົນທີ່ໄດ້ັຮບຜົນກະທົບເຮືອນໄຫຼນໍ້າ.