ບໍລິສັດ ອຳມະຕະ ມອບເຄື່ອງຊ່ວຍເຫຼືອ ແຂວງອຸດົມໄຊ 350ລ້ານ

ທ່ານ ວະລົງ ຕັງປະພຶດກຸນ ອໍານວຍການ ບໍລິສັດ ອໍາມະຕະ ຊີຕີ້ລາວ ຈຳກັດ ພ້ອມດ້ວຍທິມງານ ໄດ້ນຳເອົາເຄື່ອງ ອຸປະໂພກ – ບໍລິໂພກ ມາມອບ ໃຫ້ແຂວງອຸດົມໄຊ ໂດຍມີທ່ານ ສົມຈິດ ປັນຍາສັກ ຮອງເຈົ້າແຂວງອຸດົມໄຊ ພ້ອມດ້ວຍຄະນະຫ້ອງວ່າການ ແຂວງ ໃຫ້ການຕ້ອນຮັບ.

ເຄື່ອງອຸປະໂພກ – ບໍລິໂພກ ທີ່ບໍລິສັດ ອໍາມະຕະ ຊີຕີ້ລາວ ຈໍາກັດ ນໍາມາມອບໃຫ້ແຂວງອຸດົມໄຊ ໃນຄັ້ງນີ້ ກໍເພື່ອເປັນການປະກອບສ່ວນ ຊ່ວຍເຫລືອ ບັນເທົ່າທຸກ ໃຫ້ແກ່ປະຊາຊົນທີ່ໄດ້ຮັບຜົນກະທົບ ຈາກໄພພິບັດ ນ້ຳຖ້ວມ ຢູ່ 3 ເມືອງຂອງແຂວງອຸດົມໄຊ ຄື: ເມືອງຫລາ,ນາຫມໍ້ ແລະ ເມືອງໄຊ, ເຄື່ອງຈຳນວນດັ່ງກ່າວ ລວມເປັນມູນຄ່າທັງໝົດ 350.000.000 ກີບ ( 3 ຮ້ອຍ 50 ລ້ານກີບ).