ຮອງນາຍົກລັດຖະມົນຕີ ຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງອຸດົມໄຊ

ໃນຫວ່າງ ວັນທີ 31 ກໍລະກົດ ຫາ ວັນທີ 1 ສິງຫານີ້ ທ່ານ ສອນໄຊ ສີພັນດອນ ກຳມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ພ້ອມດ້ວຍຄະນະ ໄດ້ເດີນທາງມາເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງອຸດົມໄຊ; ພາຍຫລັງເດີນທາງມາຮອດສະຖານີລົດໄຟນາຫມໍ້ ກໍໄດ້ຮັບການຕ້ອນຮັບຢ່າງອົບອຸ່ນຈາກ ທ່ານ ບຸນຄົງ ຫລ້າຈຽມພອນ ກຳມະການສຳຮອງສູນກາງພັກ, ເລຂາພັກແຂວງ, ເຈົ້າແຂວງອຸດົມໄຊ, ທ່ານ ປອ ວົງສະຫວັນ ໄຊຍະວົງ ກຳມະການພັກແຂວງ, ເລຂາພັກເມືອງ, ເຈົ້າເມືອງໆນາຫມໍ້ ພ້ອມດ້ວຍຄະນະ.ຈາກນັ້ນ ທ່ານຮອງນາຍົກລັດຖະມົນຕີ ສອນໄຊ ສີພັນດອນ ພ້ອມຄະນະ ກໍໄດ້ໄປຢ້ຽມຊົມເບິ່ງການກໍ່ສ້າງສະຖານີລົດໄຟນາຫມໍ້ ແລະ ໂຄງການກໍ່ສ້າງບ້ານຈັດສັນໃຫ້ແກ່ປະຊາຊົນ ບ້ານນາຫມໍ້ໃຕ້ ທີ່ໄດ້ຮັບຜົນກະທົບຈາກການກໍ່ສ້າງທາງລົດໄຟ ລາວ-ຈີນ ເຊິ່ງເປັນການຊ່ວຍເຫລືອລ້າຈາກລັດຖະບານ ສປຈີນ ລວມມີທັງຫມົດ 60 ຄອບຄົວ, ມີ 251 ຄົນ ຕາມແຜນກໍ່ສ້າງອາຄານ ຈັດມີສາມປະເພດ ຄື: ຂະຫນາດນ້ອຍ, ຂະຫນາດກາງ ແລະ ຂະຫນາດໃຫຍ່, ປະກອບໃຫ້ມີລະບົບສະຫນອງນ້ຳ, ລະບາຍນ້ຳ, ສະຫນອງໄຟຟ້າ ແລະ ວຽກໂທລະພາບດີຈີຕອນ, ປະກອບໃຫ້ມີຫ້ອງການບ້ານ, ໂຮງຮຽນອະນຸບານ, ໂຮງໝໍນ້ອຍ, ເດີນກິດຈະກໍາຂະຫນາດນ້ອຍ, ສະຖານທີ່ເກັບຂີ້ເຫຍື້ອ, ຫ້ອງນ້ຳສາທາລະນະ, ເຂດຂຽວພາຍໃນໝູ່ບ້ານ ແລະ ສິ່ງອໍານວຍຄວາມສະດວກອື່ນໆ ແລະຈະໄດ້ກໍ່ສ້າງເສັ້ນທາງພາຍໃນ ແລະ ນອກບ້ານ ແລະ ສິ່ງອໍານວຍຄວາມສະດວກຂັ້ນພື້ນຖານໃນການຄົມມະນາຄົມ.

ປັດຈຸບັນ ໄດ້ສໍາເລັດການກໍ່ສ້າງວຽກຮາກຖານຂອງອາຄານ ຈຳນວນ 55 ຫຼັງ; ຈາກນັ້ນ ທ່ານຮອງນາຍົກ ພ້ອມດ້ວຍຄະນະ ກໍ່ໄດ້ເດີນທາງດ້ວຍລົດໄຟທີ່ຮັບໃຊ້ໃນໂຄງການກໍ່ສ້າງທາງລົດໄຟລາວ-ຈີນ ມາເມືອງໄຊ ໂດຍມີການນຳແຂວງຕ້ອນຮັບຢູ່ທີ່ໂຮງແຮມສິງຫາ ມາໃນຕອນເຊົ້າວັນທີ 1 ສິງຫາ ຢູ່ທີ່ຫ້ອງປະຊຸມ ຫ້ອງວ່າການແຂວງອຸດົມໄຊ ທ່ານຮອງນາຍົກລັດຖະມົນຕີ ສອນໄຊ ສີພັນດອນ ພ້ອມຄະນະ ກໍໄດ້ເຂົ້າພົບປະໂອ້ລົມການນຳແຂວງ, ບັນດາຫົວຫນ້າພະແນກການອ້ອມຂ້າງແຂວງ ແລະ ເມືອງໄຊ. ກ່ອນອື່ນ ທ່ານໄດ້ຮັບຟັງລາຍງານສະພາບການພັດທະນາເສດຖະກິດ-ສັງຄົມ ທີ່ພົ້ນເດັ່ນຂອງແຂວງ ໄລຍະ 6 ເດືອນຜ່ານມາ ຈາກ ທ່ານ ບຸນຄົງ ຫລ້າຈຽມພອນ ເລຂາພັກແຂວງ ເຈົ້າແຂວງອຸດົມໄຊ ພ້ອມທັງໄດ້ຮັບຟັງການແລກປ່ຽນຄຳຄິດຄຳເຫັນຈາກບັນດາທ່ານຄະນະລັດຖະມົນຕີ, ຄະນະກົມອ້ອມຂ້າງກະຊວງ.ໂອກາດດັ່ງກ່າວ ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກິຊວງແຜນການ ແລະ ການລົງທຶນ ໄດ້ກ່າວສະແດງຄວາມຊົມເຊີຍຕໍ່ຜົນງານທີ່ຄະນະພັກ, ອົງການປົກຄອງແຂວງອຸດົມໄຊ ຍາດມາໄດ້ຕະຫຼອດໄລຍະຜ່ານມາ ພ້ອມທັງໄດ້ແຈ້ງໃຫ້ຮູ້ສະພາບການລະບາດຂອງພະຍາດໂຄວິດ-19 ໃນໂລກ ກໍຄືພາກພື້ນ ແລະ ພາຍໃນປະເທດ ລວມທັງບັນຫາຜົນກະທົບຕ່າງໆຈາກພະຍາດດັ່ງກ່າວ ເຊິ່ງມີຫຼາຍຢ່າງເປັນສິ່ງທ້າທາຍຕໍ່ການພັດທະນາເສດຖະກິດ-ສັງຄົມຂອງປະເທດເຮົາ ພ້ອມດຽວກັນທ່ານຍັງເນັ້ນໃຫ້ຄະນະພັກ,ອົງການປົກຄອງ ແລະ ບັນດາພະແນກການຂອງແຂວງ ສຸມໃສ່ຊຸກຍູ້ຂົງເຂດກະສິກຳ ຕິດພັນກັບການຜະລິດເປັນສິນຄ້າໃຫ້ນັບມື້ຫລາຍຂຶ້ນ, ຄຸ້ມຄອງ ແລະ ຕິດຕາມ ບັນດາໂຄງການລົງທຶນຂອງລັດໃຫ້ດຳເນີນໄປຕາມແຜນ,ຖືກຕ້ອງຕາມລະບຽບການ, ຊຸກຍູ້ຫົວຫນ່ວຍການຜະລິດພາຍໃນໃຫ້ນັບມື້ຂະຫຍາຍຕົວ, ເອົາໃຈໃສ່ຄຸ້ມຄອງລາຍຈ່າຍ ແລະ ການຈັດເກັບລາຍຮັບພາຍໃນແຂວງໃຫ້ເຂັ້ມແຂງ ແລະ ຫັນເຂົ້າສູ່ລະບົບທີ່ທັນສະໄຫມ, ຖືກຕ້ອງຕາມລະບຽບເທື່ອລະກ້າວ, ເອົາໃຈໃສ່ຄຸ້ມຄອງລັດ, ຄຸ້ມຄອງສັງຄົມ ໃຫ້ມີຄວາມເປັນລະບຽບຮຽບຮ້ອຍ ແລະ ມີຄວາມສະຫງົບສຸກ, ສືບຕໍ່ສຶກສາອົບຮົມແນວຄິດ-ການເມືອງຖັນແຖວສະມາຊິກພັກ, ພະນັກງານໃຫ້ມີຄວາມຫນັກແຫນ້ນ, ມີສະຕິຕໍ່ກົນອຸບາຍຫັນປ່ຽນໂດຍສັນຕິຂອງກຸ່ມຄົນບໍ່ດີ, ປະຕິບັດລະບຽບກົດຫມາຍຢ່າງເຂັ້ມງວດ, ພ້ອມກັນສຸມໃສ່ຄວບຄຸມ, ປ້ອງກັນພະຍາດໂຄວິດ-19 ຢ່າງເປັນເຈົ້າການ ຖືເປັນຫນ້າທີ່ລວມຂອງຫມົດທຸກຄົນ ເພື່ອແນໃສ່ເຮັດໃຫ້ແຂວງອຸດົມໄຊ ປອດໄພຈາກພະຍາດໂຄວິດ, ປະຊາຊົນບັນດາເຜົ່າມີຄວາມສະຫງົບປອດໄພ, ມີຊີວິດການເປັນຢູ່ທີ່ດີ ແລະນັບມື້ໄດ້ຮັບການພັດທະນາດີຂຶ້ນ.

ໃນໂອກາດທີ່ທ່ານຮອງນາຍົກລັດຖະມົນຕີ ສອນໄຊ ສີພັນດອນ ມາເຄື່ອນໄຫວ ແລະ ເຮັດວຽກຢູ່ແຂວງອຸດົມໄຊຄັ້ງນີ້ ທ່ານຍັງໄດ້ມອບເງິນສົດ ຈຳນວນ 130 ລ້ານກີບ ເພື່ອນຳໃຊ້ເຂົ້າໃນການພັດທະນາແຂວງອຸດົມໄຊ. ຈາກນັ້ນ ທ່ານຮອງນາຍົກລັດຖະມົນຕີ ພ້ອມຄະນະ ກໍ່ສຳເລັດການເຄື່ອນໄຫວ ແລະ ເຮັດວຽກ ຢູ່ແຂວງອຸດົມໄຊ ແລະ ເດີນທາງຕໍ່ ເພື່ອເຮັດວຽກທີນະຄອນຫຼວງພະບາງ.