ທ່ານຫົວໜ້າ ກົງສູນໃຫຍ່ ແຫ່ງ ສສຫວຽດນາມ ອວຍພອນທ່ານເຈົ້າແຂວງ

ວັນທີ 22 ກຸມພາ 2021 ທ່ານ ຫງວຽນດັງຮຸ່ງ ກົງສູນໃຫຍ່ ແຫ່ງ ສສຫວຽດນາມ ປະຈຳແຂວງຫຼວງພະບາງ ໄດ້ເຂົ້າພົບປະ ແລະ ອວຍພອນ ທ່ານ ບຸນຄົງ ຫລ້າຈຽມພອນ ກຳມະການສຳຮອງສູນກາງພັກ ເລຂາພັກແຂວງ ຮັກສາການເຈົ້າແຂວງອຸດົມໄຊ ເນື່ອງໃນໂອກາດທີ່ທ່ານດຳລົງຕຳແຫນ່ງ ເປັນເລຂາພັກແຂວງ ຮັກສາການເຈົ້າແຂວງອຸດົມໄຊ ຄົນໃຫມ່.

ໃນການພົບປະຄັ້ງນີ້ ທ່ານ ຫງວຽນດັງຮຸ່ງ ກົງສູນໃຫຍ່ ແຫ່ງ ສສ ຫວຽດນາມ ປະຈຳແຂວງຫຼວງພະບາງ ໄດ້ຕີລາຄາສູງ ຕໍ່ຫມາກຜົນຂອງການພົວພັນຮ່ວມມື ລະຫວ່າງ ລາວ-ຫວຽດນາມ ເວົ້າລວມ ເວົ້່າສະເພາະແມ່ນການຮ່ວມມືແບບພິເສດ ລະຫວ່າງ ກົງສູນໃຫຍ່ ສສ ຫວຽດນາມ ກັບອົງການປົກຄອງແຂວງອຸດົມໄຊ ໃນໄລຍະຜ່ານມາ ເຊິ່ງນັບມື້ເຂົ້າສູ່ລວງເລິກ ແລະ ແໜ້ນແຟ້ນຍິ່ງໆຂຶ້ນ. ໂອກາດດັ່ງກ່າວ ທ່ານ ບຸນຄົງ ຫລ້າຈຽມພອນ ເລຂາພັກແຂວງ ຮັກສາການເຈົ້າແຂວງອຸດົມໄຊ ກໍໄດ້ສະແດງຄວາມຂອບໃຈ ແລະ ຮູ້ບຸນຄຸນຕໍ່ ທ່ານ ຫງວຽນດັງຮຸ່ງ ກົງສູນໃຫຍ່ ແຫ່ງ ສສ ຫວຽດນາມ ປະຈຳແຂວງຫຼວງພະບາງ ທີ່ນຳເອົາຄວາມອົບອຸ່ນ, ຄວາມສາມັກຄີຮັກແພງອັນສະໜິດສະຫນົມມາສູ່ແຂວງອຸດົມໄຊ ເຊິ່ງເປັນຂີດຫມາຍສຳຄັນຕໍ່ສາຍພົວພັນ ລະຫວ່າງ ລາວ-ຫວຽດນາມ ເວົ້່່າສະເພາະແມ່ນ ອົງການປົກຄອງແຂວງອຸດົມໄຊ ກັບກົງສູນໃຫຍ່ ສສ ຫວຽດນາມ ປະຈຳແຂວງຫລວງພະບາງ ແລະ ບັນດາແຂວງມິດຕະພາບ, ແຂວງແຮກສ່ຽວຂອງ ສສຫ ວຽດນາມ ໃຫ້ນັບມື້ແຫນ້ນແຟ້ນ, ພ້ອມນີ້ ທ່ານເຈົ້າແຂວງອຸດົມໄຊ ຍັງໃຫ້ຄຳໝັ້ນສັນຍາຕໍ່ທ່ານກົງສູນໃຫຍ່ ສສ ຫວຽດນາມປະຈຳແຂວງຫລວງພະບາງ ໃນການເສີ່ມຂະຫຍາຍສາຍພົວພັນ ແລະ ຄວາມສາມັກຄີທີ່ມີມູນເຊື້ອມາແລ້ວນັ້ນໃຫ້ນັບມື້ມີຄວາມສວາຍສົດງົດງາມ ແລະ ຫມັ້ນຄົງທະນົງແກ່ນຂຶ້ນເລື້ອຍໆ ແລະ ພ້ອມທີ່ຈະໃຫ້ການຮ່ວມມືຕະຫລອດໄປ ເພື່ອນຳເອົາຜົນປະໂຫຍດສູງສຸດມາສູ່ປະຊາຊົນສອງຝ່າຍ.