ພິທີ ມອບ-ຮັບ ໜ້າທີ ລະຫວ່າງ ທ່ານເຈົ້າແຂວງ ຜູ້ເກົ່າ ແລະຜູ້ໃໝ່

ພິທີ ມອບ-ຮັບ ໜ້າທີ ລະຫວ່າງ ທ່ານເຈົ້າແຂວງ ຜູ້ເກົ່າ ແລະຜູ້ໃໝ່ ໄດ້ຈັດຂື້ນ ໃນວັນທີ 16 ກຸມພາ 2021 ຢູ່ທີ່ຫ້ອງ ວ່າການແຂວງອຸດົມໄຊ ໂດຍປະຕິບັດຄຳສັ່ງ ຂອງກົມການເມືອງສູນກາາງພັກ ວ່າດ້ວຍການຍົກຍ້າຍ ພະນັກງານການນຳຂັ້ນສູງ ໄປຮັບໜ້າທີ່ໃຫ່ມ ກົມການເມືອງສູນກາງພັກ ອອກຄຳສັ່ງ ຍົກຍ້າຍ ສະຫາຍ ຄຳພັນ ເຜີຍຍະວົງ ເລຂາທິການສູນກາງພັກ, ເລຂາຄະນະບໍລິຫານພັກແຂວງ ອຸດົມໄຊ ຜູ້ເກົ່າ ໄປຮັບໜ້າທີ່ໃຫ່ມຢູ່ ຄະນະໂຄສະນາອົບຮົມສູນກາງພັກ ແລະ ປະຕິບັດມະຕິຕົກລົງ ຂອງສູນກາງພັກ ວ່າດ້ວຍການແຕ່ງຕັ້ງ ເລຂາຄະນະບໍລິຫານງານພັກແຂວງ ອຸດົມໄຊ ກົມການເມືອງສູນກາງພັກ ຕົກລົງ ແຕ່ງຕັ້ງສະຫາຍ ບຸນຄົງ ຫຼ້າຈຽມພອນ ກຳມະການສຳຮອງສູນກາງພັກ, ເປັນເລຂາຄະນະບໍລິຫານງານພັກແຂວງອຸດົມໄຊ ຜູ້ໃຫ່ມ ພ້ອມທັງເປັນຜູ້ຮັກສາການເຈົ້າແຂວງໆອຸດົມໄຊ ຕາມດຳລັດວ່າດ້ວຍການແຕ່ງຕັ້ງຂອງນາຍົກລັດຖະມົນຕີ.