ແຂວງອຸດົມໄຊ ຮ່ານາມ ເສີມຂະຫຍາຍສາພົວພັນ ຮ່ວມມື ຮອບດ້ານ

ແຂວງອຸດົມໄຊ-ຮ່ານາມ ຖືເປັນແຂວງແຮກສ່ຽວ ກັນມາເປັນເວລາຫຼາຍປີ ດັ່ງນັ້ນ ໃນຕອນເຊົ້າວັນທີ 21 ພຶດສະພາ 2019 ການນຳທັງສອງແຂວງ ຈຶ່ງໄດ້ພົບປະ, ຢ້ຽມຢາມ ແລະ ເຮັດວຽກຮ່ວມກັນ ເຊິ່ງການນຳແຂວງອຸດົມໄຊ ນຳໂດຍທ່ານ ປອ ຄຳພັນ ເຜີຍຍະວົງ ກຳມະການສູນກາງພັກ, ເລຂາພັກແຂວງ, ເຈົ້າແຂວງອຸດົມໄຊ ຝ່າຍ ແຂວງຮ່ານາມ ນຳໂດຍສະຫາຍຫງວຽນ ບິ່ງຄວາງ ກຳມະການສູນກາງພັກ, ເລຂາພັກແຂວງ. ພິທີດັ່ງກ່າວ ໄດ້ຈັດຂຶ້ນທີ່ຫ້ອງປະຊຸມຫ້ອງວ່າການປົກຄອງ ຂອງແຂວງ ຮ່ານາມ ສສຫວຽດນາມ.

ເພື່ອສືບຕໍ່ເສີມຂະຫຍາຍສາຍພົວພັນ ຮ່ວມມືຮອບດ້ານ, ຄວາມສາມັກຄີແບບພິເສດ ດັ່ງກ່າວ ໃຫ້ນັບມື້ນັບຂະຫຍາຍຕົວ ແລະ ຫມັ້ນຄົງທະນົງແກ່ນ ຂຶ້ນເລື້ອຍໆນັ້ນ ໃນພິທີ ໄດ້ສະເໜີໃຫ້ ການນຳທັງສອງຝ່າຍ ເຄື່ອນໄຫວພົບປະ,ຢ້ຽມຢາມ,ແລກປ່ຽນບົດຮຽນ ແລະ ເຮັດວຽກຮ່ວມກັນຢ່າງເປັນປົກກະຕິ.

ການພົບປະເຊິ່ງກັນ ແລະ ກັນໃນຄັ້ງນີ້ ຖືເປັນການເສີມຂະຫຍາຍສາຍພົວພັນຮ່ວມມື ຮອບດ້ານ ລະຫວ່າງສອງຊາດລາວ ຫວຽດນາມ ໂດຍສະເພາະແມ່ນ ສອງແຂວງອຸດົມໄຊ ຮ່ານາມ ໃຫ້ນັບມືນັບຫມັ້ນຄົງທະນົງແກ່ນ ຊົ່ວກະລະນານ, ເຮັດໃຫ້ຄວາມສາມັກຄີແບບພິເສດ ແໜ້ນແຟ້ນຍິ່ງໆຂຶ້ນ. ໃນພິທີ ທັງສອງຝ່າຍ ໄດ້ພັດປ່ຽນກັນລາຍງານສະພາບການ ເຄື່ອນໄຫວຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ ສັງຄົມ ລວມທັງຫມາກຜົນຂອງການພົວພັນຮ່ວມມື ລະຫວ່າງ ສອງແຂວງໃນໄລຍະຜ່ານມາ ເຊິ່ງເຫັນໄດ້ວ່າ ທັງສອງແຂວງໄດ້ມີການພົບປະ,ແລກປ່ຽນບົດຮຽນ ແລະ ໃຫ້ການຊ່ວຍເຫຼືອເຊິ່ງກັນ ແລະກັນໂດຍຕະຫຼອດມາ ເຊັ່ນດ້ານການສຶກສາ, ການກໍ່ສ້າງພື້ນຖານໂຄງລ່າງ,ດ້ານກະສິກຳ ແລະ ອື່ນໆ.

ໂອກາດດັ່ງກ່າວ ການນໍາແຂວງອຸດົມໄຊ ໄດ້ເດີນທາງຢ້ຽມຢາມຕາແສງ ເຕັງເຊິ່ນ ເຊິ່ງຖືເປັນເຂດພັດທະນາຊົນນະບົດໃຫມ່ຂອງ ແຂວງຮ່ານາມ ລວມທັງສະຖານທີ່ທ່ອງທ່ຽວທາງດ້ານວັດທະນະທຳ ແຫ່ງໃຫມ່ ທີ່ກຳລັງກໍ່ສ້າງແລະ ພັດທະນາ ເຊິ່ງມີເນື້ອທີ່ກວມ 1 ພັນ 500 ເຮັກຕາ.