ທາບທາມ ບຸກຄະລາກອນ ເພື່ອສ້າງແຜນກຳນົດພະນັກງານນຳພາ-ຄຸ້ມຄອງ 2021-2025

ວັນທີ 22 ກໍລະກົດ ຫ້ອງວ່າການ ແຂວງອຸດົມໄຊ ໄດ້ດຳເນີນການທາບທາມບຸກຄະລາກອນ ທີ່ຫ້ອງປະຊຸມຊັ້ນ3 ເພື່ອສ້າງແຜນກຳນົດພະນັກງານນຳພາ-ຄຸ້ມຄອງ ຂອງຫ້ອງວ່າການ ແຂວງອຸດົມໄຊ ປີ 2021–2025 ໂດຍການເຂົ້າຮ່ວມ ຊີ້ນຳຂອງ ທ່ານ ຄຳພຽງ ຢາຈົງວາ ຮອງເລຂາພັກແຂວງ ຜູ້ຊີ້ນຳວຽກງານພັກ-ພະນັກງານ, ມີຄະນະຮັບຜິດຊອບຂັ້ນແຂວງ, ຫົວໜ້າຫ້ອງວ່າການ ພ້ອມດ້ວຍຄະນະ ແລະ ພະນັກງານລັດຖະກອນ ເຂົ້າຮ່ວມຢ່າງພ້ອມພຽງ.

ການທາບທາມຄັ້ງນີ້ ໄດ້ມີການສະຫຼຸບຕີລາຄາຄືນ ຜົນຂອງການຈັດຕັ້ງປະຕິບັດ ແຜນກຳນົດພະນັກງານນຳພາ-ຄຸ້ມຄອງ ໃນໄລຍະ 5 ປີຜ່ານມາ ໄດ້ຍົກໃຫ້ຮູ້ດ້ານດີ, ດ້ານອ່ອນ, ຂໍ້ຄົງຄ້າງ ແລະ ບົດຮຽນທີ່ຖອດຖອນໄດ້ ເຊິ່ງສະມາຊິກພັກ, ພະນັກງານລັດຖະກອນພາຍໃນຫ້ອງວ່າການແຂວງ ໄດ້ພ້ອມກັນ ສຸມສະຕິປັນຍາປັບປຸງແກ້ໄຂ ເຮັດໃຫ້ການສ້າງແຜນກຳນົດພະນັກງານນຳພາ-ຄຸ້ມຄອງ ຂອງຫ້ອງວ່າການ (2021-2025) ໃຫ້ໄດ້ຮັບຜົນດີ, ພ້ອມດຽວກັນນີ້ ກໍໄດ້ຮັບຟັງມາດຖານໃນການສ້າງແຜນກຳນົດເອົາພະນັກງານນຳພາ-ຄຸ້ມຄອງ ສຳຄັນໃນການທາບທາມແມ່ນໄດ້ຮັບການຊີ້ນຳຈາກ ທ່ານ ຄຳພຽງ ຢາຈົງວາ ຮອງເລຂາພັກແຂວງ ຜູ້ຊີ້ນຳວຽກງານພັກ-ພະນັກງານ ທ່ານໄດ້ກ່າວວ່າ: ໃນການສ້າງແຜນກຳນົດຕຳແໜ່ງງານນີ້ແມ່ນມີຄວາມສຳຄັນ ເພື່ອກະກຽມທາງດ້ານບຸກຄະລາກອນທີ່ມີຄວາມຮູ້, ຄວາມສາມາດ, ຕອບສະໜອງໄດ້ຄວາມຕ້ອງການຈຳນວນບຸກຄະລາກອນ ເພື່ອບັນຈຸເຂົ້າໃນຕຳແໜ່ງງານແຕ່ລະຂັ້ນ ໃຫ້ມີຄວາມເໝາະສົມ, ຖືກຕ້ອງ ແລະ ພຽງພໍກັບຄວາມຕ້ອງການຂອງຕຳແໜ່ງງານ ທ່ານຍັງໄດ້ຮຽກຮ້ອງມາຍັງສະມາຊິກພັກພະນັກງານພາຍໃນຫ້ອງວ່າການແຂວງ ໃຫ້ເອົາໃຈໃສ່ໃນການຄົ້ນຄ້ວາໃຫ້ເລິກເຊິ່ງທຽບກັບມາດຖານການສ້າງແຜນກຳນົດພະນັກງານນຳພາ-ຄຸ້ມຄອງ, ເລືອກຜູ້ທີ່ມີຄວາມຮູ້, ຄວາມສາມາດ, ຮັບປະກັນໃຫ້ມີຄວາມຖືກຕ້ອງ ເໝາະສົມກັບໜ້າທີ່ຕຳແໜ່ງທີ່ຈະດຳລົງໃນຕໍ່ໜ້າ.

ໂອກາດນີ້ ສະມາຊິກພັກ, ພະນັກງານລັດຖະກອນທັງໝົດພາຍໃນ ກໍ່ໄດ້ພ້ອມກັນສຸມສະຕິ, ປັນຍາ ແລະ ໃຊ້ສິດ ປະຊາທິປະໄຕ ຂອງຕົນ ປ່ອນບັດລົງຄະແນນສຽງ ເພື່ອເລືອກເອົາບຸກຄະລາກອນກຳນົດເຂົ້າໃນແຜນສ້າງພະນັກງານນຳພາ-ຄຸ້ມຄອງ ແຕ່ນີ້ຮອດ ປີ 2025.