ປາຖະກະຖາ ວັນສ້າງຕັ້ງພັກກອມມູນິດຈີນ ຄົບຮອບ 100ປີ


ໃນວັນທີ 20 ກໍລະກົດ 2021 ນີ້ ທີ່ສະໂມສອນ ແຂວງອຸດົມໄຊ ໄດ້ປາຖະກະຖາ ວັນສ້າງຕັ້ງພັກກອມມູນິດຈີນ ຄົບຮອບ 100ປີ ໃຫ້ກຽດປາຖະກະຖາ ໂດຍ ສະຫາຍ ບຸນຄົງ ຫຼ້າຈຽມພອນ ກຳມະການສຳຮອງສູນກາງພັກ, ເລຂາພັກແຂວງ, ເຈົ້າແຂວງອຸດົມໄຊ ມີບັນດາຄະນະປະຈຳພັກແຂວງ, ພະນັກງານຫຼັກແຫຼ່ງແຕ່ລະຂົງເຂດ, ປະທານສະມາຄົມ, ນັກທຸລະກິດຈີນທີ່ດຳລົງຊິວິດຢູ່ແຂວງອຸດົມໄຊ ເຂົ້າຮ່ວມຮັບຟັງ.

ສະຫາຍ ບຸນຄົງ ຫຼ້າຈຽມພອນ ເລຂາພັກແຂວງ, ເຈົ້າແຂວງອຸດົມໄຊ ໄດ້ຍົກໃຫ້ຮູ້ມູນເຊື້ອແຕ່ລະໄລຍະ ຂອງຂະບວນການຕໍ່ສູ້ ແລະ ການປະຕິວັດ ເດືອນຕຸລາ 1917 ຂອງລັດເຊຍ, 1921 ການສ້າງຕັ້ງພັກກອມມູນິດຈີນ. ຈາກນັ້ນ ພັກກອມມູນິດຈີນ ໄດ້ສູ້ຊົນຢ່າງລະອິດລະອຽ້ວ ເພື່ອຈັດກອງປະຊຸມຜ່ານແຜນງານຄັ້ງທຳອິດຂອງພັກ ເວລານັ້ນມີສະມາຊິກພັກພຽງ 58 ສະຫາຍ ພັກໄດ້ເດີນຕາມຫຼັກການຂອງລັດທິມາກ-ເລນິນ ນັບແຕ່ນັ້ນມາ ພັກກອມມູນິດຈີນ ໄດ້ເຕີບໃຫຍ່ຂະຫຍາຍຕົວ ນຳພາຂະບວນການຕໍ່ສູ້ປົດປ່ອຍ ແລະນຳພາສ້າງສາພັດທະນາປະເທດຊາດຈີນ, ເປັນແກ່ນສານແຫ່ງການນຳພາໃນການກຳເນີດແນວທາງແຜນນະໂຍບາຍຂອງພັກຢ່າງຖືກຕ້ອງ ສອດຄ່ອງກັບຄວາມເປັນຈິງຂອງປະເທດຈີນ. ໃນໄລຍະ 100 ປີຜ່ານມາ ພັກກອມມູນິດຈີນ ໄດ້ຂະຫຍາຍສະມາຊິກພັກ ຈາກ 58 ສະຫາຍ ມາເປັນ 91 ລ້ານ 9 ແສນ 1 ໝື່ນ 4ພັນ ສະຫາຍ, ມີຮາກຖານພັກ 4ລ້ານ 6ແສນ 8ໝື່ນ 1ພັນ ໜ່ວຍ.

ເພື່ອເຮັດໃຫ້ພະນັກງານລັດຖະກອນ, ພະນັກງານຫຼັກແຫຼ່ງໃນທຸກຂົງເຂດໄດ້ຮັບຮູ້ມູນເຊື້ອການເຕີບໃຫຍ່ຂະຫຍາຍຕົວຂອງ ພັກກອມມູນິດຈີນ ສືບຕໍ່ຫັດແໜ້ນຄວາມສາມັກຄີໃຫ້ເຂົາສູ່ລວງເລິກ ແລະເປັນເພື່ອນມິດຍຸດທະສາດທີ່ດີ ລະຫວ່າງ ສອງພັກ-ສອງລັດ ແລະ ປະຊາຊົນສອງຊາດລາວ-ຈີນ.


ສອງພັກ, ສອງລັດຖະບານ ລາວ-ຈີນ ໄດ້ມີສາຍພົວພັນໂດຍກົງນຳກັນ ໃນປີ 1959 ແລະ ສ້າງຕັ້ງສາຍພົວພັນການທູດນຳກັນ ແລະໄດ້ຮັບການຊຸກຍູ້ສົ່ງເສີມ ແລະຍົກລະດັບຂຶ້ນຢ່າງຕໍ່ເນື່ອງນັບມື້ນັບເຂົ້າສູ່ລວງເລິກແລະມີໝາກຜົນຕົວຈິງ.